ເງິນເຟີ້ໃນອັງກິດເພີ່ມຂຶ້ນສູງສຸດໃນຮອບເກືອບ 30 ປີ

94

ສຳນັກຂ່າວຕ່າງປະເທດລາຍງານວ່າ ອັດຕາເງິນເຟີ້ໃນອັງກິດເພີ່ມຂຶ້ນສູງສຸດໃນຮອບເກືອບ 30 ປີ ໂດຍໄດ້ແຮງຍູ້ຈາກລາຄາອາຫານ, ນ້ຳມັນເຊື້ອໄຟ, ເຟີນີເຈີ, ເສື້ອຜ້າ ແລະ ທີ່ຢູ່ອາໄສ ທີ່ປັບຂຶ້ນຢ່າງຕໍ່ເນື່ອງ.

ສຳນັກງານສະຖິຕິແຫ່ງຊາດຂອງອັງກິດ (ONS) ເປີດເຜີຍວ່າ ອັດຕາເງິນເຟີ້ໃນເດືອນທັນວາ 2021 ຜ່ານມາ ຢູ່ທີ່ 5,4% ຕໍ່ປີ ເພີ່ມຂຶ້ນຈາກ 5,1% ໃນເດືອນພະຈິກ ແລະ ສູງທີ່ສຸດນັບແຕ່ເດືອນມີນາ 1992 ເປັນຕົ້ນມາ ເຊິ່ງຄັ້ງນັ້ນຢູ່ທີ່ 7,1%, ຫາກປຽບທຽບເດືອນຕໍ່ເດືອນ ຈະເຫັນໄດ້ວ່າ ດັດສະນີລາຄາຜູ້ບໍລິໂພກ ເພີ່ມຂຶ້ນ 0,5% ເຊິ່ງສູງກວ່າທີ່ນັກເສດຖະສາດຄາດການໄວ້ ເຊິ່ງຄາດວ່າຈະຢູ່ທີ່ 0,3%, ນອກຈາກນີ້ ຍັງມີການຄາດການວ່າ ລາຄາແກັສ, ໄຟຟ້າ ແລະ ນ້ຳມັນຈະສູງຂຶ້ນເຖິງ 50% ໃນເດືອນມີນາ-ເດືອນພຶດສະພາ ເຊິ່ງຈະເຮັດໃຫ້ອັດຕາເງິນເຟີ້ ເພີ່ມຂຶ້ນຈຸລະດັບ 7% ໃນເດືອນເມສາຈະເຖິງນີ້.

ນັກວິເຄາະຄາດການວ່າ ຄ່າຄອງຊີບທີ່ສູງຂຶ້ນ ອາດເຮັດໃຫ້ທະນາຄານກາງຂອງອັງກິດປັບຂຶ້ນອັດຕາດອກເບ້ຍໄວກວ່າທີ່ກຳນົດໄວ້ ໂດຍຄາດວ່າ ໜ້າຈະປັບຂຶ້ນເປັນ 0,5% ໃນຕົ້ນເດືອນກຸມພານີ້, ຫຼັງຈາກທີ່ຫາກໍ່ປັບຂຶ້ນອັດຕາດອກເບ້ຍເປັນ 0,25% ໃນເດືອນທັນວາຜ່ານມາ.