ເຜີຍຄວາມງົດງາມ ຖໍ້າໃໝ່ຢູ່ເມືອງເຟືອງ ດິນແດນຜາທໍ່ໜໍ່ຄຳ ເຫັນແລ້ວຢາກໄປ

239

ເມືອງເຟືອງແຂວງວຽງຈັນ ດິນແດງຜາທໍ່ໜໍ່ຄຳ ເປັນອີກເມືອງທີ່ມີປະຫວັດຄວາມເປັນມາທີ່ໜ້າຄົ້ນຫາ ແລະ ມີທຳມະຊາດທີ່ສວຍງາມແຫ່ງໜຶ່ງ ໂດຍມີສາຍນໍ້າລີກ ປະສານກົມກືນກັບພູຜາ ທີ່ມີຊື່ເອີ້ນຕາມຕຳໜານອັນຫຼາກຫຼາຍ.ເຮັດໃຫ້ສອງສາມປີຜ່ານມາ ເມືອງແຫ່ງນີ້ເປັນທີ່ສົນໃຈຂອງນັກທ່ອງທ່ຽວຫຼາຍຂຶ້ນ ເນື່ອງຈາກທຳມະຊາດອັນງົດງາມ ແລະ ບໍ່ໄກຈາກນະຄອນຫຼວງວຽງພໍປານໃດ.


ຫຼ້າສຸດ ທີມສຳຫຼວດສະຖານທີ່ທ່ອງທ່ຽວຈາກບໍລິສັດກຣິນດິສໂຄເວີຣີລາວ ນຳໂດຍ ທ່ານອິນທີ ເດືອນສະຫວັນ ໄດ້ລົງສຳຫລວດຖໍ້າແຫ່ງໜຶ່ງຢູ່ເມືອງເຟືອງ ເຊິ່ງງົດງາມຫຼ້າອັດສະຈັນອີກແຫ່ງຂອງເມືອງລາວ.

ອ້າຍບຸນ ປັນຍາວົງ Boun Panyavong ໜຶ່ງໃນຜູ້ທີ່ເດີນທາງລົງສຳຫຼວດຖໍ້າແຫ່ງດັ່ງກ່າວ ໄດ້ໂພສຂໍ້ຄວາມລົງເພສບຸກ ໃນຕອນເຊົ້າວັນທີ22ມັງກອນ2022ວ່າ:ເມືອງເຟືອງ ແຂວງວຽງຈັນ ອາດເປັນເສັ້ນທາງການທ່ອງທ່ຽວທີ່ສຳຄັນແຫ່ງໃໝ່ຂອງລາວ ສິ່ງສຳຄັນທີ່ສຸດ ຄືມາໃຫ້ຖືກທີ່ ແລະ ຖືກເວລາ, ສ່ວນທີ່ເຫຼືອຄືທຳມະຊາດລ້ວນໆ.


ຂໍຂອບໃຈເຈົ້າຖິ່ນແລະເຈົ້າແນວຄວາມຄິດທີ່ໄດ້ຊັກຊວນໃຫ້ຂ້ອຍໄດ້ມາຮ່ວມເດີນທາງໃນຄັ້ງນີ້ແລະມີຄວາມພາກພູມໃຈສຸດໆໆໆທີ່ໄດ້ເອົາພາບອັນມະຫັດສະຈັນໃນຖ້ຳແຫ່ງນີ້ອອກມາເຜີຍແຜ່ຕໍ່ສັງຄົມກໍ່ຄືຄວາມອຸດົມສົມບູນແລະຮັ່ງມີຂອງ ສປປລາວ ຂອງພວກເຮົາ.


ຂໍສະຫງວນຊື່ແລະສະຖານທີ່ນີ້ໄວ້ກ່ອນເພາະຍັງມີຫລາຍຢ່າງຍັງມີຄວາມຫຍຸ້ງຍາກໃນການເຂົ້າເຖິງແລະຄວາມບໍ່ສະດວກຕ່າງໆ. ຖ້ຳແຫ່ງນີ້ມີຄວາມອຸດົມສົມບູນຫລາຍເພາະເປັນຖ້ຳໃໝ່ ມີຫີນຍ້ອຍຄ້າຍໆກັບນໍ້າກ້ອນ ແຕ່ທາງໃດຖໍ້າບໍ່ໄດ້ໜາວຄືຫຼາຍຄົນຄິດ ອາກາດປົກກະຕິືຖໍ້າທົ່ວໄປ.


ຖ້າບໍ່ມີການວາງແຜນແລະຈັດສັນສະຖານທີ່ໃຫ້ມີຄວາມເໝາະສົມແລະປອດໄພຕໍ່ຄົນ, ທຳມະຊາດຄວາມມະຫັດສະຈັນດັ່ງກ່າວອາດສູນຫາຍໄປໃນພິບຕາ

ຂ້າພະເຈົ້າໃນນາມສ່ວນຕົວຢາກຊັກຊວນໃຫ້ນັກເດີນທາງທຸກຄົນ ແລະ ບໍ່ວ່າສະຖານທີ່ແຫ່ງໃດຂໍໃຫ້ມີສ່ວນຮ່ວມ,ມີຄວາມຮັບຜິດຕໍ່ທຳມະຊາດແລະສັງຄົມໂດຍສະເພາະແມ່ນການຮັກສາສິ່ງແວດລ້ອມນຳກັນເພື່ອຄວາມສະອາດຈົບງາມແລະຍືນຍົງໄປພ້ອມໆກັນ.

ຄວາມໝາຍສັ້ນໆຂອງການ ທ່ອງທ່ຽວ Eco tour ຫລື ທ່ອງທ່ຽວ ແບບອະນຸລັກສິ່ງແວດລ້ອມນັ້ນຄືທຸກຢ່າງທີ່ເຮົານຳເຂົ້າໄປໃນປ່າໃຫ້ນຳເອົາອອກມາໃຫ້ໝົດ ຈົ່ງໄວ້ເບື້ອງຫລັງຂອງເຮົານັ້ນຄືຮອຍເກີບຫລືສັບບ້ານໆຄືຮອຍຕີນຂອງພວກເຮົານັ້ນເອງ.

.

ຮູບພາບຈາກເພສບຸກອ້າຍ: Boun Panyavong