ລັດຖະມົນຕີກະຊວງ ຕສ ພ້ອມຄະນະ ຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

250

ໃນວັນທີ 19 ມັງກອນ 2022 ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ມີ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການທ່າບົກທ່ານາແລ້ງ ພ້ອມດ້ວຍຄະນະ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 13 คน และ ผู้คนกำลังยืน

ໃນໂອກາດມາຢ້ຽມຢາມຂອງທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະໃນຄັ້ງນີີ້ ກໍ່ໄດ້ຮັບຟັງກ່ຽວກັບຄວາມເປັນມາຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ວ່າເປັນໜຶ່ງໃນໂຄງການພັດທະນາ Laos Logistics Link (LLL) ທີ່ລວມມີ 4 ໂຄງການໃຫຍ່ ຄື: 1) ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, 2) ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ, 3) ເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ 4) ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000 MV ທີ່ແຂວງຄຳມ່ວນ. ໂຄງການພັດທະນາ ທ່າບົກທ່ານາແລ້ງ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການ ເຊື່ອມຈອດ ແລະ ເຊື່ອມໂຍງອານຸພາກພື້ນ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຍຸດທະສາດ ຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງ ອາຊຽນ-ສປ, ຈີນ-ເອີຮົບ ໂດຍນໍາໃຊ້ໂຄງການເສັ້ນທາງລົດໄຟ ລາວ-ຈີນ.

อาจเป็นรูปภาพของ 4 คน, ผู้คนกำลังนั่ง และ ผู้คนกำลังยืน

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໄດ້ເຊັນສັນຍາສຳປະທານຈາກລັດຖະບານໃນເດືອນມິຖຸນາ 2020 ໂດຍໄດ້ເວນຄືນທີ່ດິນໃນເຂດສຳປະທານ ແລະ ລົງມືກໍ່ສ້າງໃນເດືອນທັນວາ 2020, ມາໃນຕົ້ນເດືອນທັນວາ 2021 ກໍ່ເປີດໃຫ້ບໍລິການທ່າບົກທ່ານາແລ້ງ ຢ່າງເປັນທາງການ ໂດຍດຳເນີນການກໍ່ສ້າງເປັນເວລາພຽງ 11 ເດືອນ ແລະ ການກໍ່ສ້າງໂຄງການໂດຍລວມທັງໝົດແມ່ນສຳເລັດແລ້ວ 95% ເຊິ່ງຈຸດປະສົງຫຼັກຂອງໂຄງການນີ້ ແມ່ນເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີ 1 ແລະ ເຮັດໃຫ້ ສປປ ລາວ ບໍ່ພຽງແຕ່ເປັນທາງຜ່ານເທົ່ານັ້ນ ແຕ່ເປັນສູນກາງເຊື່ອມໂຍງການຄ້າລະຫວ່າງປະເທດ, ໄດ້ຮັບການຍອມຮັບຈາກເຄືອຂ່າຍຂົນສົ່ງລະຫວ່າງປະເທດໃຫ້ເປັນຈຸດໝາຍປາຍທາງ ແລະ ເປັນພື້ນຖານຈຸດຜ່ານທີ່ສຳຄັນ, ຕອບສະໜອງຍຸດທະສາດການເຊື່ອມໂຍງຂອງລັດຖະບານແຫ່ງ ສປປ ລາວ ແລະ ການເຕີບໂຕແບບຢືນຍົງຂອງເສດຖະກິດແຫ່ງຊາດ.

อาจเป็นรูปภาพของ 1 คน และ กำลังยืน

ທ່ານ ສາຄອນ ພິລາງາມ ກ່າວວ່າ: ໂຄງການທ່າບົກທ່າແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງຈໍານວນທັງໝົດ 382 ເຮັກຕາເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງ ທີ່ອຳນວຍຄວາມສະດວກ ບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານ ການຄົມມະນາຄົມ ທີ່ມີການເຊື່ອມຕໍ່ກັບທ່າບົກ, ເສັ້ນທາງລົດໄຟ ລາວ-ໄທ ແລະ ລາວ-ຈີນ, ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ, ສສ ຫວຽດນາມ ໃນອານາຄົດ ແລະ ໂຄງການຍັງເປັນເຂດໂລຈິສຕິກ ຄົບວົງຈອນ ຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນຄື:

อาจเป็นรูปภาพของ กลางแจ้ง

1. ສາງເກັບນໍ້າມັນ;

2. ເຂດໂລຊິດສະຕິກ ຊຶ່ງມີບັນດາບໍລິການຫຼັກເຊັ່ນການບໍລິການສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າ ຜ່ານສິ່ງອຳນວຍຄວາມສະດວກຕ່າງໆ;

3. ເຂດການຄ້າເສລີ ຈະມີເຂດຜະລິດຕະພັນອຸດສາຫະກຳ, ເຂດເຕັກໂນໂລຊີ, ເຂດສຳນັກງານຫ້ອງການ, ພື້ນທີ່ຕຶກອາຄານສຳລັບວິສາຫະກິດຂະໜາດນ້ອຍ&ກາງ, ເຂດການຄ້າ;

อาจเป็นรูปภาพของ 1 คน และ สถานที่ในร่ม

4. ທ່າບົກທ່ານາແລ້ງ ເປັນສູນກາງຄ່ຽນຖ່າຍສິນຄ້າ, ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າເຂົ້າ-ອອກ, ຜ່ານແດນ ໂດຍມີບັນດາອົງປະກອບຂອງລະບົບສາງພາສີປະເພດຕ່າງໆຄົບວົງຈອນ. ນອກຈາກນັ້ນ, ທ່າບົກທ່ານາແລ້ງ ຍັງມີການຕິດຕັ້ງອຸປະກອນຄ່ຽນຖ່າຍສິນຄ້າ, ຍານພາຫະນະ ແລະ ລະບົບສາງສິນຄ້າທຸກປະເພດ ເພື່ອອຳນວຍ ຄວາມສະດວກ ແລະ ຮອງຮັບປະລິມານຂອງຕູ້ສິນຄ້າທີ່ເພີ່ມຂຶ້ນ ດ້ວຍລະບົບປະຕິບັດການທ່າບົກ Terminal Operation System (TOS) ເພື່ອຮັບປະກັນການບໍລິການທີ່ວ່ອງໄວ, ປອດໄພ ແລະ ເຊື່ອຖືໄດ້

อาจเป็นรูปภาพของ 7 คน และ ผู้คนกำลังยืน

5) ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ ເປັນເຂດທີ່ທັນສະໄໝ, ມີສະພາບແວດ ລ້ອມໃນການດຳເນີນທຸລະກິດທີ່ສາມາດແຂ່ງຂັນໄດ້ ແລະ ສາມາດກາຍເປັນສູນກາງ ການສົ່ງອອກສິນຄ້າໄປສູ່ຕະຫຼາດອາຊຽນ ແລະ ທົ່ວໂລກ. ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກຈະເປັນຈຸດໝາຍປາຍທາງພິເສດແກ່ບັນດາ ບໍລິສັດສົ່ງອອກໃນພາກພື້ນ ທີ່ຕ້ອງການເຄື່ອນຍ້າຍ ການຜະລິດໄປສູ່ຈຸດຍຸດທະສາດທີ່ຈະຊ່ວຍໃນການຫຼຸດຕົ້ນທຶນການຂົນສົ່ງ ແລະ ເວລາ.

อาจเป็นรูปภาพของ 1 คน

ນອກຈາກນີ້, ທ່ານ ບໍ່ວຽງຄຳ ວົງດາລາ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມເບີ່ງຫ້ອງການເຮັດວຽກ, ລະບົບປະຕິບັດການຂອງດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ທີ່ໄດ້ນຳໃຊ້ລະບົບເຕັກໂນໂລຊີທັນສະໄໝ, ການປ່ຽນຖ່າຍສິນຄ້າຕູ້ຄອນເທນເນີ້, ການແຈ້ງພາສີ ເຊິ່ງທ່ານລັດຖະມົນຕີ ເຫັນແລ້ວ ກໍໄດ້ກ່າວຍ້ອງຍໍ້ຊົມເຊີຍເຈົ້າຂອງໂຄງການຜູ້ລົງທຶນ ກໍ່ຄື ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ ພ້ອມຄະນະ ທີ່ໄດ້ກ້າຕັດສິນໃຈລົງທຶນ, ພັດທະນາໂຄງການນີ້ໃຫ້ເກີດຂຶ້ນ ພ້ອມດຽວກັນນີ້ ທາງກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍພ້ອມໃນການຮ່ວມມືກັບໂຄງການຊຸກຍູ້ສົ່ງເສີມ ໂຄງການນີ້ໃຫ້ມີຜົນສຳເລັດ.