ຕ້ອນຮັບກັບບ້ານຢ່າງເປັນທາງການ ເຈ່ນນີ້ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos 2021

172

ມາເບິ່ງງານລ້ຽງ ຕ້ອນຮັບ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos 2021 ກັບບ້ານຢ່າງເປັນທາງການ
ຂໍຕ້ອນຮັບກັບບ້ານ ກໍຄືກັບປະເທດລາວ ຢ່າງເປັນທາງການ ສໍາລັບ ສາວ ເຈນນີ້ ຄົ້ນຄໍາ ພົນຈັນເຮືອງ Miss Universe Laos 2021 ຫຼັງຈາກທີ່ໄດ້ເປັນຕົວແທນປະເທດໄປປະກວດ Miss Universe 2021 ຢູ່ທີ່ ອິດສະລາເອວ ຫວ່າງທ້າຍປີ 2021 ເຊິ່ງບໍ່ສາມາດຍາດໄດ້ລາງວັນໃດກັບມາ ແຕ່ກໍຖືວ່າເຮັດດີທີ່ສຸດແລ້ວ ແຟນໆຕ່າງໃຫ້ກໍາລັງໃຈເຊຍ

.


ໂດຍ ເຈນນີ້ ໄດ້ກັບມາຮອດປະເທດລາວ ວັນທີ 17 ທັນວາ 2021 ແລະ ກໍໄດ້ກັກໂຕ ຫຼັງຈາກນັ້ນກໍໄດ້ປະຕິບັດການເຄື່ອນໄຫວຕ່າງໆ ບໍ່ວ່າຈະເປັນມອບເຄື່ອງຊ່ວຍເຫຼືອໃຫ້ກັບໂຮງຮຽນເດັກກໍາພ້າທີ່ແຂວງຫຼວງພະບາງ, ລວມທັງຖ່າຍແບບຕ່າງໆ

.


ຫຼ້າສຸດ ກໍໄດ້ມີງານລ້ຽງຕ້ອນຮັບການກັບມາຂອງ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ຕ້ອນຮັບກັບບ້ານຢ່າງອົບອຸ່ນໃນວັນທີ 19 ມັງກອນ 2022 ທີ່ ຊານທາລ້າ ໂດຍມີປະທານຜູ້ຈັດງານປະກວດ ທ່ານນາງ ຈັນໂສ ສຸດທິວົງ ພ້ອມດ້ວຍຄະນະ ທີ່ປືກສາ ກິດຕິມະສັກ ແລະ ຄະນະສະປອນເຊີ້ຄູ່ຮ່ວມທຸລະກິດທຸກຂະແໜງເຂົ້າຮ່ວມ ພ້ອມດ້ວຍ ດີຊາຍເນີ້ ແລະ ຄອບຄົວຂອງນ້ອງເຈນນີ້ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມງານ..ຢ່າງອົບອຸ່ນ

.


ຈາກ Tonkham Phonchanheuang Jennie Tonkham Phonchanheuang Tonkham modeling