R.I.P 10 ກໍລະນີ ຈາກໄປໃໝ່, ກວດພົບຜູ້ຕິດເຊື້ອໃໝ່ທັງໝົດມື້ນີ້ 676 ຄົນ

74

ຄະນະສະເພາະກິດດ ກະຊວງສາທາລະນະສຸກ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ປະຈໍາວັນທີ 21 ມັງກອນ ປີ 2022 ວ່າ


ໃນວັນທີ 20 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.337 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 676 ຄົນ (ຕິດເຊື້ອພາຍໃນ 670 ຄົນ ແລະ ນໍາເຂົ້າ 06 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 670 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້


ນະຄອນຫຼວງ 160 ຄົນ, ຜົ້ງສາລີ 110 ຄົນ, ບໍລິຄຳໄຊ 76 ຄົນ, ໄຊຍະບູລີ 53 ຄົນ, ຊຽງຂວາງ 51 ຄົນ, ຫົວພັນ 34 ຄົນ, ສາລະວັນ 26 ຄົນ, ຄຳມ່ວນ 22 ຄົນ, ອັດຕະປື 19 ຄົນ, ອຸດົມໄຊ 18 ຄົນ

ສະຫວັນນະເຂດ 17 ຄົນ, ວຽງຈັນ 17 ຄົນ, ຈຳປາສັກ 14 ຄົນ, ບໍ່ແກ້ວ 14 ຄົນ, ໄຊສົມບູນ 13 ຄົນ, ເຊກອງ 12 ຄົນ, ຫຼວງພະບາງ 11 ຄົນ, ຫຼວງນ້ຳທາ 3 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 06 ຄົນ ຈາກ ນະຄອນຫຼວງ 3 ຄົນ, ສະຫວັນນະເຂດ 2 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 128.924 ກໍລະນີ, ອອກໂຮງໝໍວານນີ້ 585 ຄົນ, ກຳລັງປິ່ນປົວ 7.412 ຄົນ ແລະ ເສຍຊີວິດສະສົມທັງໝົດ 518 ຄົນ (ເສຍຊີວິດໃໝ່ 10 ຄົນ)

ສຳລັບຜູ້ເສຍຊີວິດໃໝ່ 10 ຄົນ ຈາກນະຄອນຫຼວງ 6 ຄົນ, ໄຊຍະບູລີ 3 ຄົນ ແລະ ຊຽງຂວາງ 1 ຄົນ.