ແຂວງບໍ່ແກ້ວ ອອກກົດເດັດຂາດ 5 ບົດເພງ ຫ້າມເຜີຍແຜ່, ຮ້ອງໃນງານຕ່າງໆ

186

ຕໍ່ນີ້ໄປບົດເພງ-ລຳບ້ານເຮົາຕ້ອງໄດ້ກວດກາເຂັ້ມງວດຂຶ້ນ ໃນການຕິດຕາມເບິ່ງຄວາມເປັນລະບຽບຮຽບຮ້ອຍຂອງການປະພັນເພງ, ຄຳສັບຕ່າງໆທີ່ຈະໃຊ້ຂັບຮ້ອງ ເນື່ອງຈາກຊ່ວງໄລຍະຜ່ານມາ ມີບາງຜົນງານເພງທີ່ມີການນຳໃຊ້ຄຳສັບໃນທາງບໍ່ເໝາະສົມ ເຊິ່ງບໍ່ສອດຄ່ອງກັບຮີດຄອງປະເພນີລາວ.

ທັງນີ້ ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ກໍ່ໄດ້ອອກແຈ້ງການເລກທີ 099/ຖວທ.ບກ ລົງວັນທີ 20 ມັງກອນ 2022 ໃນເລື່ອງ ຫ້າມເຜີຍແຜ່ເປີດເພງ ລາມົກອານາຈານ ແລະ ບໍ່ໄດ້ຮັບອະນຸຍາດ.

ເບື້ອງຕົ້ນແຈ້ງການກໍ່ລະບຸວ່າ: ພາຍຫຼັງໄດ້ຮັບໜັງສືລາຍງານກອງກົມສິລະປະການສະແດງ ເລກທີ 20/ສປສ, ວັນທີ 13 ມັງກອນ 2022 ພະແນກ ຖວທ ໄດ້ສົມທົບຫ້ອງການ ຖວທ ເມືອງ ແລະ ພາກສ່ວນກ່ຽວຂ້ອງ, ລົງກວດກາຄືນບັນດາບົດເພງ, ບົດຮັບ-ລໍາ ລາມົກອານາຈານ ທີ່ບໍ່ໄດ້ກວດຜ່ານ ແລະ ຄະນຸຍາດຈາກຂະແໜງ ຖວທ ແລະ ໄດ້ປະຕິບັດມາດຕະການຕໍ່ຜູ້ລະເມີດ, ປະດິດສ້າງບົດເພງ, ບົດຂັບ-ລໍາດັ່ງກ່າວແລ້ວ ແຕ່ເຫັນວ່າ ຍັງມີການເຜີຍແຜ່ອອກສູ່ສັງຄົມເປັນຂະບວນ.

ດັ່ງນັ້ນ, ພະແນກ ຖວທ ແຂວງຈຶ່ງຂໍຖືເປັນກຽດແຈ້ງມາຍັງການຈັດຕັ້ງກ-ລັດທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ວິສາຫະກິດ, ຫ້າວໜ່ວຍທຸລະກິດ ຕະຫຼອດປະຊາຊົນບັນດາເຜົ່າ ພາຍໃນແຂວງບໍ່ແກ້ວຊາບ ດັ່ງນີ້:

1. ຫ້າມເຜີຍແຜ່ບົດເພງ, ຂັບ-ລໍາ ລາມົກອານາຈານ ໃນທຸກຮູບແບບຢູ່ທຸກສະຖານທີ່ ເປັນຕົ້ນ:
– ເພງ ເຮັດນາເດີບໍ່ໄດ້ເຮັດນົມ ນັກຮ້ອງຊື່: ວິນັດ ນັກຮຽນ ມສ ນ້ຳປຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
– ເພງ ອະສຽບອະ ນັກຮ້ອງຊື່: ພິມບາຣາ ແຂວງຫຼວງພະບາງ
– ເພງ ເຮັດນົມສາບໍ່ຕ້ອງເຮັດນາ ນັກຮ້ອງຊື່: ພີມບາ ແຂວງຫຼວງພະບາງ
– ເພງ ເຮັດນາເດີ ບໍ່ແມ່ນເຮັດໜ້າ
– ຂັບງື່ມຢູ່ບ້ານແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ບົດເພງ, ຂັບ-ລໍາ ອື່ນໆທີ່ບໍ່ໄດ້ກວດຜ່ານ ແລະ ອະນຸຍາດຈາກຂະແໜງ ຖວທ.
2. ຫ້າມທຸກພາກສ່ວນນຳເອົາເນື້ອເພງ, ຂັບ-ລໍາລາມົກອານາຈານ, ບໍ່ໄດ້ກວດຜ່ານ ແລະ ບໍ່ໄດ້ຮັບອະນຸຍາດ ໄປຮ້ອງໃນງານດອງ, ງານບຸນປະເພນີ, ງານລ້ຽງ, ງານສັງສັນ ແລະ ງານຊຸມແຊວຕ່າງໆ, ງານສັງຄົມຕ່າງໆ ໂດຍເດັດຂາດ.

3. ມອບໃຫ້ຂະແຫນງການທີ່ກ່ຽວຂ້ອງ, ຫ້ອງການ ຖວທ ບັນດາເມືອງ ສົມທົບພາກສ່ວນກ່ຽວຂ້ອງຕິດຕາມ ແລະ ກວດກາຄືນ ຢ່າງເຂັ້ມງວດ, ຫາກກວດກາພົບເຫັນຜູ້ລະເມີດ ແມ່ນປະຕິບັດມາດຕະການຕາມລະບຽບ, ກົດໝາຍຢ່າງເຂັ້ມງວດ..