ຮອງອັນດັບ 1 ນາງສາວລາວປີ 2020 ກຽມເຂົ້າສູ່ປະຕູວິວາແລ້ວ

119

ມາເລື່ອງນີ້ເປັນເລື່ອງທີ່ໜຸ່ມໆບາງຄົນອາດຈະຜິດຫວັງ ເພາະວ່າສາວ ນ້ອງໜູ ພອນທິດາ ແກ້ວບຸນພັນ 1st Runner Up Miss Laos 2020 ຮອງອັນດັບ 1 ນາງສາວລາວ 2020 ກຽມເຂົ້າສູ່ປະຕູວິວາເປັນທີ່ຮຽບຮ້ອຍ


ໂດຍເຈົ້າໂຕ ນ້ອງ ນ້ອງໜູ ໄດ້ໂພສອາລະບໍ້າງານ ພີເວດດິ້ງ ຂອງຕົນກັບແຟນໜຸ່ມ ສະເຕເຟັນ ທີ່ຫຼວງພະບາງ ແບບໜ້າຮັກໆ ເຫັນແລ້ວຫຼາຍຄົນກໍເຂົ້າມາສະແດງຄວາມຍິນດີກັນຫຼາຍເລີຍ


ເຊິ່ງງານວິວາທາງການແມ່ນຈະຈັດຂຶ້ນໃນວັນທີ 24 ມັງກອນ 2021 ນີ້ ທີ່ແຂວງຫຼວງພະບາງ ເມືອງມໍລະດົກໂລກ ພວກເຮົາກໍຂໍສະແດງຄວາມຍິນດີນໍາ

.


ເມື່ອເວົ້າເຖິງ ນ້ອງໜູ ພອນທິດາ ກໍເປັນສາວງາມກໍເປັນຮອງອັນດັບ 1 ນາງສາວລາວ 2020 ທີ່ໄດ້ລາງວັນພິເສດຄື ນາງສາວຂັວນໃຈມະຫາຊົນ ແລະ ນາງສາວແຕ່ງໜ້າງາມ ຈາກເວທີນີ້ນໍາ


ພອນທິດາ ແກ້ວບຸນພັນ ອາຍຸ 26 ປີ ສູງ 165 ຊັງຕີແມັດ, ຈົບຊັ້ນມັດທະຍົມສຶກສາຈາກສະຫະລັດອາເມຣິກາ, ຈົບລະດັບປະລິນຍາຕີ ຈາກ Donghua University ສາຂາການຕະຫຼາດ ທີ່ນະຄອນຊຽງໄຮ້, ປະເທດຈີນ


ປັດຈຸບັນເຮັດວຽກເປັນທີປຶກສາຢູ່ບໍລິສັດການຢາ ແລະ ກໍກໍາລັງຈະສະຫຼະໂສດແລ້ວ ຂໍສະແດງຄວາມຍິນດີ ແລະ ຂໍໃຫ້ມີຄວາມສຸກກັບຊີວິດຮັກ ຊີວິດຄູ່ດ້ວຍ.

ຈາກ: Nongnou Phonthida