ຄົນຮັກສຸຂະພາບບໍ່ຄວນພາດ!! 10 ປະໂຫຍດດີໆຈາກໝາກນ໋ອດ

109

ໝາກນ໋ອດ ຫຼື (Passion Fruit) ມີຫຼາຍສາຍພັນດ້ວນກັນເຊັ່ນ: ສີມ່ວງ, ສີເຫຼືອງ, ສີສົ້ມ ໂດຍມີລົດຊາດສົ້ມທີ່ເປັນເອກະລັກ. ດັ່ງນັ້ນ, ຈຶ່ງຈັດວ່າໝາກໄມ້ປະເພດນີ້ ອຸດົມໄປດ້ວຍວິຕາມິນຊີ ໂດຍຄົນສ່ວນໃຫຍ່ນິຍົມນໍາມາເປັນເຄື່ອງດື່ມ ເພາະໝາກນ໋ອດອຸດົມໄປດ້ວຍວິຕາມິນຊີ, ເອ, ວິຕາມິນບີ2, ບີ3, ບີ6, ບີ9, ເບຕ້າໂຣທີນ, ທາດເຫຼັກ, ແຄລຊ້ຽມ, ແນັກນີຊ້ຽມ, ຟໍຟອສຣັສ, ໂພແທັກຊ້ຽມ, ສັງກະສີ ແລະ ໂຊດ້້ຽມ.

ປະໂຫຍດຂອງໝາກນ໋ອດ ຊ່ວຍເຮັດໃຫ້ນອນຫຼັບງ່າຍຂຶ້ນ ຫາກດື່ມເປັນປະຈຳ ເພາະໃນ ໝາກນ໋ອດມີສານເຊໂຣໂທນິນ ເຊິ່ງເປັນສານທີ່ມີໜ້າທີ່ ຄວບຄຸມການນນອກຫຼັບ, ຊ່ວຍຫຼຸດຄວາມຄຽດ ແລະ ອາການຊືມເສົ້າ, ເມື່ອຮັບປະທານໝາກນ໋ອດ ຈຶ່ງຊ່ວຍໃຫ້ຮ່າງກາຍຫຼັບງ່າຍຂຶ້ນ ໂດຍມີການທົດລອງວ່າ ພຽງແຕ່ການດື່ມຊາໝາກນ໋ອດກໍ່ຊ່ວຍໃຫ້ນອນຫຼັບສະບາຍຂຶ້ນ.
ຫຼຸດໄຂມັນໃນເສັ້ນເລືອດ ໃນເມັດໝາກນ໋ອດມີສານທີ່ຊ່ວຍຫຼຸດໄຂມັນ ໃນເສັ້ນເລືອດໄດ້ເປັນຢ່າງດີ ແລະ ຊ່ວຍຫຼຸດຄວາມດັນໂລຫິດໄດ້ອີກດ້ວຍ.

ບຳລຸງສາຍຕາ ເນື່ອງຈາກໝາກນ໋ອດມີວິຕາມິນເອແລ້ວ ຍັງມີສານຟລາໂວນອຍ ແລະ ເບຕ້າໂຣທີນ ຈຶ່ງຊ່ວຍປ້ອງກັນເຊລປະສາດຖືກທຳລາຍ ແລະ ຊ່ວຍບຳລຸງສາຍຕາ ຈາກອາການອ່ອນເພຍ ແລະ ບຳລຸງດວງຕາໃຫ້ສົດໃສ.
ແກ້ບັນຫາອາການຖອກທ້ອງ ເນື່ອງຈາກໝາກໄມ້ຊະນິດນີ້ ຊ່ວຍເຮັດໃຫ້ລະບົບການຂັບຖ່າຍດີ, ທັງຍັງຊ່ວຍປ້ອງກັນລຳໄສ້ອັກເສບ, ປ້ອງກັນມະເຮັງລຳໄສ້ ແຖມຍັງຊ່ວຍຂັບສານພິດໃນຮ່າງກາຍອີກດ້ວຍ.

ອຸດົມໄປດ້ວຍອະນຸມູນອິດສະຫຼະ ຈຶ່ງຊ່ວຍຊະລໍການເກີດຮິ້ວຮອຍກ່ອນໄວ, ເຮັດໃຫ້ຜິວພັນເປັ່ງປັ່ງແລະ ອ່ອນກວ່າໄວ.
ປ້ອງກັນຫວັດ ເພາະໝາກນ໋ອດ ເປັນໝາກໄມ້ທີ່ມີວິຕາມິນຊີສູງ ຈຶ່ງຊ່ວຍເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍແຂງແຮງ, ປ້ອງກັນການໄຂ້ຫວັດເປັນຢ່າງດີ.

ແກ້ໂຣກກະເພາະປັດສະວະອັກເສບ, ເນື່ອງຈາກໝາກນ໋ອດມີວິຕາມິນຊີສູງ ຈຶ່ງຊ່ວຍເພີ່ມສະພາວະການເປັນກົດໃນນໍ້າປັດສະວະ, ບໍ່ມີການຕົກຕະກອນຂອງເກືອຕ່າງໆທີມີຢູ່ໃນນໍ້າປັດສະວະ.

ຫຼຸດຄວາມສ່ຽງ ໃນການເປັນໂຣກກະດູກເສື່ອມ ແລະ ກະດູກຜ່ອຍ ເພາະມີແຄລຊ້ຽມ ແລະ ຟໍຟອດຣັສສູງ ຈຶ່ງຊ່ວຍເຮັດໃຫ້ສຸຂະພາບເຫງືອກ ແລະ ແຂ້ວໃຫ້ແຂງແຮງ.
ຊ່ວຍຫຼຸດອາຫານຫອບຫືດ ເພາະອຸດົມໄປດ້ວຍສານໄບໂອຟລາໂວນອຍ ເຊິ່ງຊ່ວຍບັນເທົາອາການຫອບຫືດ ແລະ ຍັງຊ່ວຍປິ່ນປົວພະຍາດພູມແພ້ໄດ້


ຊ່ວຍໃຫ້ຜົມດົກດຳ ເພາະມີວິຕາມິນບີ ທີ່ຊ່ວຍບຳລຸງເລືອດ ເມື່ອເສັ້ນເລືອດໄປລ້ຽງຮາກຜົມໄດ້ພຽງພໍ ຈຶ່ງເຮັດໃຫ້ຮາກຜົມແຂງແຮງ, ຜົມບໍ່ຫຼົ່ນງ່າຍ, ຊ່ວຍບຳລຸງເສັ້ນຜົມໃຫ້ເງົາງາມ ແລະ ແກ້ຜົມຫງອກກ່ອນໄວ.

ເອົາໃຈສາວໆແມ່ບ້ານທີ່ກໍາລັງຫາສູດ ຫຼື ວິທີການເຮັດເຂົ້າຕົ້ມຢູ່ ເຊິ່ງແຕ່ລະຄົນກໍມີສູດສະເພາະຂັ້ນຕອນການເຮັດທີ່ແຕກຕ່າງກັນ ມື້ນີ້ແອັດມິນນໍາອົາສູດການເຮັດເຂົ້າຕົ້ມມັດໃສ່ກ້ວຍໃສ່ຖົ່ວດໍາ ແບບແຊບ ຫວານມັນ ເຮັດກິນກໍແຊບ ເຮັດຂາຍກໍໝົດໄວກໍາໄລດີມາໃຫ້ລອງເຮັດເບິ່ງ.