ແຈກ ວິທີການເຮັດເຂົ້າຕົ້ມພັດໃສ່ຖົ່ວດໍາແຊບໆ

214

ເອົາໃຈສາວໆແມ່ບ້ານທີ່ກໍາລັງຫາສູດ ຫຼື ວິທີການເຮັດເຂົ້າຕົ້ມຢູ່ ເຊິ່ງແຕ່ລະຄົນກໍມີສູດສະເພາະຂັ້ນຕອນການເຮັດທີ່ແຕກຕ່າງກັນ ມື້ນີ້ແອັດມິນນໍາອົາສູດການເຮັດເຂົ້າຕົ້ມມັດໃສ່ກ້ວຍໃສ່ຖົ່ວດໍາ ແບບແຊບ ຫວານມັນ ເຮັດກິນກໍແຊບ ເຮັດຂາຍກໍໝົດໄວກໍາໄລດີມາໃຫ້ລອງເຮັດເບິ່ງ.

ເລີ່ມທີ່ການເລືອກວັດຖຸດິບຄື: ກ້ວຍນໍ້າ, ຖົ່ວດໍາ, ເຂົ້າໜຽວ 3 ກິໂລກາມ, ຫົວກະທິ 2 ກິໂລກາມ, ນໍ້າຕານຊາຍ 1,2 ກິໂລກາມ, ເກືອ 4 ບ່ວງ

ເລີ່ມຈາກການນໍາເອົາເຂົ້າໜຽວ 3 ກິໂລກາມ ໝ່າໄວ້ຈັກ 1 ຊົ່ວໂມງ, ຖົ່ວດໍາໝ່າໄວ້ 1 ຊົ່ວໂມງເຊັ່ນກັນ.
ລະຫວ່າງນັ້ນເຮົາກໍຄັ້ນນໍ້າກະທິໃຫ້ໄດ້ 2 ກິໂລກາມ, ຈາກນັ້ນນໍາເຂົ້າໜຽວໄປໜຶ້ງໃຫ້ສຸກ ຕັ້ງໄວ້ຈັກໜ່ອຍ ແລ້ວກໍໜຶ້ງຖົ່ວດໍາໃຫ້ສຸກ.

ເອົາຫົວກະທິໄປກຽວໃນໝໍ້ກະທະຈັກຄາວໜຶ່ງ (ແຕ່ຢ່າໃຫ້ກະທິແຕກ) ຕາມດ້ວຍເກືອລົງໄປແລ້ວຄົນໃຫ້ເຂົ້າກັນ, ນໍາເຂົ້າໜຽວທີ່ກຽມໄວ້ລົງໃສ່ໃນໝໍ້ກະທິ ຂົ້ວໃຫ້ທົ່ວໂດຍໃຊ້ໄຟປານກາງ ເມື່ອເຮົາຂົ້ວເຂົ້າປົນກັບກະທິໄປໄລຍະໜຶ່ງເຂົ້າກໍຈະເລີ່ມແຫ້ງ ແລ້ວໃຫ້ໃສ່ນໍ້າຕານລົງໄປ ແລ້ວກໍຂົ້ວຄົນໃຫ້ທຸກຢ່າງມັນເຂົ້າກັນຈົນເລີ່ມແຫ້ງ ຈາກນັ້ນໃຫ້ຍົກອອກຈາກເຕົາພັກໄວ້ໃຫ້ເຢັນ.

ລະຫວ່າງຖ້າໃຫ້ມັນເຢັນເຮົາກໍມາກຽມໄສ້ເຂົ້າຕົ້ມມັດ ກໍຄືນໍາກ້ວຍສຸກ ມາປອກເປືອກອອກ ຜ່າເຄິ່ງຕາມລວງຍາວ ແລະ ຕັດເຄິ່ງທາງຂວາງ (1 ໜ່ວຍ 4 ຕ່ອນ) ກຽມໄວ້ໃນພາຊະນະ

ຫຼັງຈາກທີ່ເຮົາກຽມທຸກຢ່າງຄົບແລ້ວເຮົາກໍຫໍໍ່ເຂົ້າຕົ້ມເລີຍ ໂດຍຕ້ອງມີໃບຕອງ ແລະ ຕອກໄວ້ມັດ ຕາມຂະໜາດທີ່ເໝາະສົມ ແລ້ວເອົາເຂົ້າໝາກກ້ວຍ ແລະ ຖົ່ວດໍາໃສ່ໃບຕອງ ຫໍ່ໃຫ້ມີຈອມທັງສອງຂ້າງເພື່ອຄວາມງາມ ພໍຫໍ່ແລ້ວກໍນໍາໄປໜຶ້ງອີກປະມານ 50 ນາທີ ກໍຖືວ່າແລ້ວໆ ຈາກນັ້ນກໍກຽມກິນ ແລະ ຂາຍໄດ້ເລີຍ.

ຈາກ: https://pantip.com/topic/33187209