ຜູ້ມາພ້ອນສະຫວັນສົມກັບລາງວັນ Miss Signing Star ເລີຍຄົນນີ້ ໂນ່ນີ້ ພອນຣິສາ ຈິດຕະພົງ

203

ພາທຸກຄົນມາທໍາຄວາມຈັກກັນໃຫ້ຫຼາຍຂຶ້ນ ກັບນ້ອງນ້ອຍໄວໃສ ທີ່ກໍາລັງດປັນຕານ່າຮັກ, ນ່າແພງ ແຖມຍັງມາພ້ອມພອນສະຫວັນ ໃນການເປັນໂຄສົກ ແລະ ພິທີກອນອີກດ້ວຍ ເຊິ່ງເຊື່ອແນ່ວ່າຄວາມສາມາດທີ່ນ້ອງມີຕ້ອງພາຕົນເອງໄປໄກໄດ້ແນ່ນອນ ເຊິ່ງນ້ອງເປັນອີກໜຶ່ງຄົນທີ່ມີຄວາມໜ້າຮັກ ແລະ ເປັນຕົວຂອງໂຕເອງສູງ ເຖິງອາຍຸຈະນ້ອຍ ແຕ່ຄວາມສາມາດ, ຄວາມຕັ້ງໃຈແມ່ນບໍ່ນ້ອຍໜ້າໃຜເລີຍ ເພາະນ້ອງຄົນນີ້ໃຊ້ຄວາມສາມາດທີ່ຕົນເອງມີ ໄປຄວ້າລາງວັນຈາກເວທີ Miss Beauty Power Laos kid 2021 ມາໄດ້.

ເຊິ່ງລາງວັນນີ້ໝາຍເຖິງລາງວັນ ນາງງາມທີ່ມີເອກະລັກສະເພາະ ທີ່ມີພອນສະຫວັນ ທີ່ຈະເປັນດາລາໃນວົງການບັນເທີງ ເຊິ່ງນ້ອງທີ່ເຮົາກໍາລັງເວົ້າເຖິງຢູ່ນີ້ກໍຄືນ້ອງ ພອນຣິສາ ຈິດຕະພົງ ຫຼື ໂນ່ນີ້ ປັດຈຸບັນອາຍຸ 12ປີ, ກໍາລັງຮຽນຢູ່ທີ່ມ.ສ.ວຽງຈັນ ຊັ້ນມັດຖະຍົມປີທີ 2.

ສໍາລັບນ້ອງຄົນເກັ່ງຄົນນີ້ ເປັນຄົນທີ່ມີຄວາມສົດໃສໜ້າຮັກຢູ່ໃນໂຕ ທີ່ຖ້າຫາກໃຜໄດ້ຢູ່ໃກ້ ກໍຈະຫຼົງຮັກໄປຕາມໆກັນ ເພາະມີຄວາມເປັນທໍາມະຊາດສົດໃສ, ສົມໄວເປັນທີ່ສຸດ ແລະ ຫຼ້າສຸດນີ້ ນ້ອງໂນ່ນີ້ ກໍໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ໂນ່ນີ້ເອງຮູ້ສຶກດີໃຈຫຼາຍທີ່ໄດ້ລາງວັນນີ້ ແລະ ບໍ່ຄິດວ່າຕົນເອງຈະໄດ້ຈະໄດ້ລາງວັນນີ້ ເຊິ່ງລາງວັນທີ່ໄດ້ກໍຄືລາງວັນ Miss Signing Star ເປັນລາງວັນແຫ່ງຄວາມພູມໃຈຂອງໂນ່ນີ້ເລີຍ.

ກ່ອນເຂົ້າປະກວດ ໂນ່ນີ້ເອງກໍໄດ້ໄປຮຽນເດີນແບບ ຫຼື ເວລາວ່າງກໍໄປຮຽນປັບບຸກຄະລິກ ເຊິ່ງເຮັດໃຫ້ນ້ອງມີຄວາມໝັ້ນໃຈ ແລະ ເຮັດມັນໄດ້ດີຂຶ້ນໃນເວທີປະກວດຄັ້ງນີ້

ຄວາມໄຝ່ຝັນຂອງໂນ່ນີ້ ຕອນນີ້ມີຢູ່2ຢ່າງຄື: ການເປັນນາງແບບ ຫຼືນາງງາມ ແລະ ເປັນພິທິກອນເບື້ອງໜ້າ ໃນເວລາວ່າງກໍມັກຮຽນເດີນແບບ, ຝຶກເວົ້າການເປັນ mc ຫຼື ພິທິກອນ

ໂນ່ນີ້ເອງ ກໍມີຕົວແບບທີ່ຢາກຈະເຮັດໃຫ້ໄດ້ຄືເພິ່ນກໍຄື ມີປ້າ Noh sivilay, ເອື້ອຍ tatar sounita ດ້ານພິທິກອນ ແລະ ນັກຂ່າວ, Lisa Black pink ໃນດ້ານການເຕັ້ນ ແລະ ເອື້ອຍ Christian Lasasimma ເປັນຕົວແບບໃນດ້ານການເດີນແບບ ແລະ ນາງງາມ ແລະ ກິດຈະກໍາຍາມວ່າງແມ່ນຈະມັກຫຼິ້ນກິລາ ຕີດອກ, ຕີບານ ແລະ ລອຍນໍ້າ

ທຸກຄົນສາມາດຕິດຕາມຜົນງານນ້ອງນ້ອຍໄວໃສ, ໄວກໍາລັງໜ້າຮັກແຖມສຽງດີຄົນນີ້ໄດ້ ຜ່ານທາງFB: Phonrisa nony chittaphong, ແລະ TikTok nnonyy ແລະ ທີ່ສໍາຄັນເລີຍ ແມ່ນຈະມີລາຍການມາໃຫ້ທຸກຄົນໄດ້ຮັບຊົມອີກໃນໄວໆນີ້.

[ ຮູບ: Phonrisa nony chittaphong ]