ເດືອນທັນວາ ລາວມີມູນຄ່າການຄ້າ 1,18 ຕື້ໂດລາ, ສົ່ງອອກຫຼາຍສຸດຄືຄຳປະສົມ

157

ໃນເດືອນທັນມາຜ່ານມາ ປະເທດເຮົາໂດຍລວມຍັງຂາດດູນການຄ້າກັບຕ່າງປະເທດປະມານ 80 ກວ່າລ້ານໂດລາ ແຕ່ສິນຄ້າສົ່ງອອກຂອງລາວກໍ່ມີຫຼາຍໝວດກໍ່ເຫັນວ່າມີມູນຄ່າມະຫາສານ ເປັນຕົ້ນສິນຄ້າກະສິກຳອັນເປັນທ່າແຮງຫຼັກຂອງປະຊາຊົນລາວເຊັ່ນ: ກ້ວຍ, ສາລີ, ມັນຕົ້ນ, ກາເຟ, ນ້ຳຕານ ໃນນັ້ນຕະຫຼາດສົ່ງອອກຫຼັກແມ່ນ ສປ ຈີນເດືອນດຽວມີມູນຄ່າເຖິງ 200 ກວ່າລ້ານໂດລາ.

ອີງຕາມສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໄດ້ລາຍງານ ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ປະຈໍາເດືອນທັນວາ ປີ 2021 ບັນລຸໄດ້ປະມານ 1.184 ລ້ານໂດລາສະຫະລັດ, ໃນນັ້ນມູນຄ່າການສົ່ງອອກ ມີປະມານ 552 ລ້ານໂດລາ ແລະ ການນໍາເຂົ້າ ມີປະມານ 632 ລ້ານໂດລາ ເຊິ່ງຂາດດຸນການຄ້າປະມານ 80 ລ້ານໂດລາ.

ໝວດສິນຄ້າທີ່ ສປປ ລາວ ສົ່ງອອກຫຼັກປະກອບມີແຮ່ທອງມູນຄ່າ 19 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມູນຄ່າ 9 ລ້ານໂດລາ, ໝາກກ້ວຍ ມູນຄ່າ 15 ລ້ານໂດລາ, ຄຳປະສົມ (ຄຳແທ່ງ) ມູນຄ່າ 102 ລ້ານໂດລາ, ມັນຕົ້ນ ມູນຄ່າ 60 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ມູນຄ່າ 17 ລ້ານໂດລາ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ມູນຄ່າ 6 ລ້ານໂດລາ, ນ້ຳຕານ 12 ລ້ານໂດລາ, ຢາງພາລາ 46 ລ້ານໂດລາ ແລະ ສາລີ ມີມູນຄ່າປະມານ 6 ລ້ານໂດລາ.

ສ່ວນໝວດສິນຄ້ານໍາເຂົ້າຫຼັກ ມູນຄ່າທັງໝົດ 632 ລ້ານໂດລາ ເຊິ່ງສິນຄ້າທີ່ມີມູນຄ່າສູງສຸດ ປະກອບມີພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມູນຄ່າ 46 ລ້ານໂດລາ, ນ້ຳມັນກາຊວນ ມູນຄ່າ 48 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມູນຄ່າ 27 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມູນຄ່າ 12 ລ້ານໂດລາ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ມູນຄ່າ 26 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມູນຄ່າ 18 ລ້ານໂດລາ

ນອກນີ້ຍັງມີ ນ້ຳມັນແອັດຊັງ, ແອັດຊັງພິເສດ ມູນຄ່າ 14 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມູນຄ່າ 14 ລ້ານໂດລາ, ແກ້ວປະເສີດ ຫຼື ເຄິ່ງປະເສີດ ມູນຄ່າ 32 ລ້ານໂດລາ, ຜະລິດຕະພັນທາງເຄມີ ມູນຄ່າ 7 ລ້ານໂດລາ ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມູນຄ່າ 10 ລ້ານໂດລາ.

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກມີ ສປ ຈີນ ມູນຄ່າ 210 ລ້ານໂດລາ, ສສ ຫວຽດນາມ 122 ລ້ານໂດລາ, ໄທ 101 ລ້ານໂດລາ, ອິນເດຍ 12 ລ້ານໂດລາ ແລະ ຍີ່ປຸ່ນ 8 ລ້ານໂດລາ.
ສ່ວນ 5 ປະເທດທີ່ນໍາເຂົ້າຫຼັກມີ: ໄທ 325 ລ້ານໂດລາ, ຈີນ 111 ລ້ານໂດລາ, ສສ ຫວຽດນາມ 52 ລ້ານໂດລາ, ຢີ່ປຸ່ນ 16 ລ້ານໂດລາ ແລະ ສ.ອາເມລິກາ 10 ລ້ານໂດລາ ເຊິ່ງມູນຄ່າການນໍາເຂົ້າ ແລະ ສົ່ງອອກປະຈໍາເດືອນທັນວາປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຈາກ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ