ອາເລັກຊານດຣ້າ ຕົວແທນປະເທດ ກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດ ຈີນ-ອາຊຽນ ຄັ້ງທຳອິດ

120

ກອງປະຊຸມຜູ້ມີອິດທິພົນທາງອິນເຕີເນັດ ຫລື Online influencers ຈີນ-ອາຊຽນ ຄັ້ງທຳອິດ ແລະ ການສົ່ງເສີມການທ່ອງທ່ຽວ ຝູຈ້ຽນ ຕາມເສັ້ນທາງສາຍໄໝທາງທະເລ ຈັດຂຶ້ນຢູ່ເມືອງຟູໂຈ່ວ ແຂວງ ຟູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງຈີນ ໃນລະຫວ່າງວັນທີ 11 -13 ມັງກອນ 2022 ພາຍໃຕ້ຫົວຂໍ້ “ເດີນທາງຈາກແຜ່ນດິນທີ່ມີຄວາມຜາສຸກເມື່ອລົມພັດມາໃນທາງບວກ” ເຊີ່ງຈັດຂຶ້ນໃນໂອກາດສະເຫລີມສະຫຼອງການສ້າງຕັ້ງສາຍພົວພັນຄູ່ຮ່ວມເຈລະຈາ ຈີນ-ອາຊຽນ ຄົບຮອບ 30 ປີ.

ນອກຈາກນີ້ ຍັງເປັນການຈັດຕັ້ງປະຕິບັດສັນຍາຄູ່ຮ່ວມມືເສດ ຖະກິດຮອບດ້ານພາກພື້ນ (RCEP), ສັນຍາການຄ້າເສລີໃຫຍ່ທີ່ສຸດຂອງໂລກທີ່ຈະນຳເອົາກາລະໂອ ກາດພັດທະນາໃໝ່ໃຫ້ແກ່ການພົວພັນຈີນ-ອາຊຽນ. ໃນນີ້ ທ່ານ ນາງ ອາເລັກຊານດຣ້າ ບຸນຊ່ວຍ, ນັກຮ້ອງທີ່ມີຊື່ສຽງຈາກລາວ ໄດ້ຖືກເຊີນໃຫ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.


ຕະຫລອດໄລຍະ 3 ວັນ, ເຈົ້າໜ້າ ທີ່ການທູດອາຊຽນ ປະຈຳຈີນ ແລະ ຜູ້ຕາງໜ້າອົງການສື່ມວນຊົນ ຈາກຈີນ ແລະ ອາຊຽນ ໄດ້ຮຽນຮູ້ ແລະ ແລກປ່ຽນປະສົບ ການກ່ຽວກັບການພັດທະນາຂອງແຂວງ ຟູໂຈ່ວ ໃນດ້ານອຸດສາຫະກຳດິຈິຕ້ອນ ແລະ ຮຽນຮູ້ວັດ ທະນະທຳຂອງແຂວງຟູຈ້ຽນໂດຍຜ່າການຢ້ຽມຢາມ ແລະ ກິດຈະກຳທາງອອນລາຍ. ທັງໄດ້ສຸມໃສ່ຮ່ວມມືດ້ານເສດຖະກິດ-ການຄ້າ ແລະການແລກປ່ຽນດ້ານວັດທະ ນະທຳ ລະຫວ່າງ ຈີນ ກັບ ອາຊຽນ, ການສົນທະນາ ກ່ຽວກັບເສດຖະກິດດີຈີຕ້ອນ ແລະ ການຄ້າທາງອອນລາຍຂ້າມປະເທດ.

ນອກຈາກດນີ້ ຍັງເປັນການສົມ ທົບກັນລະຫວ່າງວິສາຫະກິດ ຈີນ ກັບ ອາຊຽນ, ສະມາຄົມສົ່ງເສີມການຮ່ວມມືດ້ານເສດຖະກິດການຄ້າ ອາຊີ-ປາຊີຟິກແຂວງຟູຈ້ຽນ, ສະມາຄົມທຸລະກິດລະດັບແຂວງແຫ່ງທຳອິດຂອງຈີນ ທີ່ສາມາດຕອບສະໜອງສັນຍາ RCEP, ພ້ອມນີ້ ຍັງໄດ້ຈັດຕັ້ງເວທີປາໄສຂອງຂະແໜງອຸດສາຫະກຳຈີນກັບອາຊຽນ. ລວມທັງຂໍ້ຕົກລົງທີ່ມີຈຸດປະສົງບັນລຸ 5,6 ຕື້ໂດລາສະຫະລັດ ທີ່ໄດ້ລົງນາມໂດຍກຸ່ມ Eversun Holdings ເພື່ອລົງທຶນເຂົ້າໃນໂຮງງານກັ່ນນ້ຳມັນອາຊຽນ.


ກອງປະຊຸມດັ່ງກ່າວ ມີຜູ້ມີອິດ ທິພົນທາງອິນເຕີເນັດເຂົ້າຮ່ວມເປີດກວ້າງຊ່ອງຫວ່າງໃໝ່ໃນການ ການຮ່ວມມືລະຫວ່າງ ຈີນ ກັບ ອາຊຽນ ໃນຂອບສັນຍາ RCEP.
ທ່ານ ນາງ ຮວາຊຸນຢິງ, ລັດ ຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຈີນ ກ່າວຄຳປາໄສຢູ່ກອງປະຊຸມຄັ້ງນີ້ ຜ່ານລະບົບທາງໄກ ວ່າ: ໝາກຜົນຂອງການຮ່ວມມືຈີນ-ອາຊຽນ ຕະຫລອດໄລຍະ 30 ປີຜ່ານມາ ແມ່ນໝາກທີ່ໂດດເດັ່ນ ແລະ ເປັນປະ ຫວັດສາດທີ່ຖືກຕ້ອງໂດຍການນຳສອງຝ່າຍທີ່ມີວິໄສທັດກວ້າງໄກ, ທັງແມ່ນໝາກຜົນແຫ່ງການພົວພັນທີ່ເປັນເອກະລັກສະເພາະລະຫວ່າງສອງປະເທດ ທີ່ສະແດງໃຫ້ເຫັນຄວາມສະໜິດຕິດພັນດ້ານພູມສາດ ແລະ ວັດທະ ນະທຳ.


ທ່ານ ນາງ ຮວາຊຸນຢິງ ກ່າວຕື່ມວ່າ: ຜູ້ມີອິດທິພົນທາງອິນເຕີເນັດ ກຳລັງບອກເລື່ອງທີ່ດີທີ່ສຸດແລະ ຂຽນປະຫວັດສາດທຸກໆ ມື້.“ ສ້າງສັນແລະເຫັນອົກເຫັນໃຈ, ກຳລັງແບ່ງປັນຄວາມຮູ້ສຶກທີ່ໃຫ້ຄົນໃນສັງຄົມຮັບຮູ້ຜ່ານສື່ສັງຄົມອອນລາຍ ຫລື ອິນເຕີເນັດ. ພ້ອມທງໃຫ້ຂໍ້ສັງເກດວ່າ: ການສົນ ທະນາທາງອິນເຕີເນັດ ແລະ ນອກອິນເຕີເນັດ ໄດ້ດຳເນີນໄປ ດຍສຸມໃສ່ການພົວພັນລະຫວ່າງເສດ ຖະກິດ ແລະ ການຄ້າທາງອອນລາຍຂ້າມປະເທດ.


ໃນກອງປະຊຸມສົນທະນາ, ຜູ້ມີອິດທິພົນຂອງຈີນ ໄດ້ແລກປ່ຽນບົດລາຍງານການແລກປ່ຽນກັບຊາວເນັດອາຊຽນ ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ ຈີນ ກັບ ອາຊຽນ ໃນດ້ານເສດ ຖະກິດ ແລະການຄ້າທາງອອນລາຍຂ້າມປະເທດ ໂດຍຜ່ານອິດທິພົນຂອງຕົນ.
ທ່ານ ນາງ ອາເລັກຊານດຣ້າ ບຸນຊ່ວຍ ຕົວແທນຈາກລາວທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ສະແດງຄວາມເຊື່ອໝັ້ນວ່າ: ດົນຕຣີ ແລະ ສື່ຕ່າງໆ ຊ່ວຍເຮັດໃຫ້ຄົນທັງຫຼາຍຈາກຕ່າງປະເທດ ແລະ ຈີນ ສາມາດຍັບເຂົ້າໃກ້ຊິດກັນ, ເຖິງວ່າເຂົາເຈົ້າເວົ້າພາສາຕ່າງກັນ ແລະ ມີວັດທະນະທໍາ ແລະ ປະເພນີທີ່ແຕກຕ່າງກັນ ກໍຕາມ.

.
Cr: Lao National Radio