ຝາກຕິດຕາມສາວນ້ອຍໄວໃສ, ໄວກໍາລັງໜ້າຮັກ ທີ່ອາຍຸບໍ່ໄດ້ເປັນຂໍ້ຈໍາກັດໃນການຕາມຫາຄວາມຝັນຂອງສາວນ້ອຍຄົນນີ້ເລີຍ ແລະ ທີ່ສໍາຄັນແມ່ນນ້ອງນ້ອຍຄົນນີ້ ຫາກໍໄປຄວ້າຕໍາແໜ່ງຈາກເວທີ Miss Beauty Power Laos kid ມາໃໝ່ໝາດໆເລີຍ ພາມາທໍາຄວາມຮູ້ຈັກນ້ອງຄົນນີ້ ທິດາສະຫວັນ ອະລັນຊິດ ຫຼື ພິ່ງກີ້ ປັດຈຸອາຍຸ 12ປີ, ກໍາລັງຮຽນຢູ່ທີ່ ຮຮ ນານາຊາດປັນຢາທີບ (pis).

ພິ່ງກີ້ເປັນໜຶ່ງໃນສາວນ້ອຍທີ່ມີຄວາມພະຍາຍາມ ແລະ ຕັ້ງໃຈ ຈົນສາມາດເຮັດໃຫ້ ຄວ້າລາງວັນໃຫຍ່ ໃນຕໍາແໜ່ງ Miss BPLK World 2021 ມາຄອບຄອງ ໃນວັນ 16 ມັງກອນຜ່ານມານີ້ເອງ ແລະ ນ້ອງກໍຍັງໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ຕົນເອງຮູ້ສຶກດີໃຈ, ຕື່ນເຕັ້ນ ແລະ ພູມໃຈທີ່ສຸດ ທີ່ສາມາດເຮັດຕາມຄວາມຝັນຕົນເອງ ແລະ ໄດ້ຕໍາແໜ່ງມາຄອງ.

ສໍາລັບນ້ອງຄົນນີ້ ອາຍຸນ້ອຍແຕ່ຄວາມຄິດອ່ານແມ່ນບໍ່ນ້ອຍເລີຍ ພິ່ງກີ້ມີຄວາມຄິດຢາກຊ່ວຍເຫຼືອສັງຄົມຄື: ຢາກເປັນກະບອກສຽງ ແລະ ເປັນຕົວແທນເພື່ອຫາທຶນສົມທົບຊື້ອຸປະກອນການຮຽນ ແລະ ເຄື່ອງນຸ່ງ ເພຶ່ອໄປບໍລິຈາກໃຫ້ເດັກນ້ອຍທີ່ດ້ອຍໂອກາດ.

ພ້ອມນີ້ ນ້ອງຍັງບອກອີກວ່າ ນ້ອງຈະນໍາເອົາປະສົບການ ແລະ ຂໍບົກພ່ອງຂອງເວທີນີ້ ເພຶ່ອໄປພັດທະນາໂຕເອງໃຫ້ດີກວ່ານີ້ ແລະ ໃນອະນາຄົດນ້ອງຢາກເປັນ miss universe ເຊິ່ງເປັນເວທີໃຫຍ່ແລະ ຢາກເປັນໝໍ, ເປັນອາສາເພື່ອຊ່ອຍເຫຼືອສັງຄົມອີກດ້ວຍ.

ສາມາດຕິດຕາມຜົນງານຂອງນ້ອງນ້ອຍສຸດງາມ, ສຸດໜ້າຮັກຄົນນີ້ໄດ້ເລີຍ ເພາະນ້ອງມັກຈະມີຜົນງານໃນການເຕັນ cover ເພງຢູ່ tiktok ແລະ ອອກກໍາລັງກາຍໃຫ້ຊົມປະຈໍາ ຝາກໃຫ້ທຸກຄົນຕິດຕາມໄດ້ເລີຍທີ່ instagram: pinkyalxz , facebook: pinky alanchis ແລະ tiktok: pinky.tdsv

[ຮູບ: pinky alanchis ]
