ໄທ ໃຫ້ເລັ່ງສ້າງຂົວລົດໄຟຂ້າມນໍ້າຂອງໜອງຄາຍ-ວຽງຈັນ ເພື່ອເຊື່ອມຕໍ່ທາງລົດໄຟລາວ-ຈີນ

163

ລັດຖະບານສອງປະເທດລາວ-ໄທ ແມ່ນມີແຜນສ້າງຂົວສະເພາະລົດໄຟໃກ້ຄຽງກັບຂົວມິດຕະພາບລາວ-ໄທ1 ທີ່ໃຊ້ຮ່ວມກັນລະຫວ່າງລົດໄຟ ແລະລົດໂອໂຕໃນປະຈຸບັນ, ພາຍຫຼັງປະເທດເຮົາເປີດບໍລິການລົດໄຟລາວ-ຈີນ ລັດຖະບານໄທແມ່ນຈະເລັ່ງໃຫ້ໄດ້ສ້າງຂົວທີ່ວ່ານີ້ໃຫ້ໄວຂຶ້ນ ເພື່ອອຳນວຍຄວາມສະດວກແກ່ການຂົນສົ່ງສິນຄ້າທີ່ເພີ່ມຂຶ້ນ.

ອີງຕາມແຫຼ່ງຂ່າວຈາກ ໜັງສືພິມບາງກອກໂພສຂອງໄທໄດ້ລາຍງານໃນຫວ່າງໝໍ່ໆນີ້ວ່າ: ຄະນະລັດຖະບານໄທ ມີທິດຊີ້ນໍາໃຫ້ອົງການທາງລົດໄຟແຫ່ງປະເທດໄທ ອອກແບບ ແລະ ກໍ່ສ້າງຂົວລະຫວ່າງໜອງຄາຍ ແລະ ນະຄອນຫຼວງວຽງຈັນ ຂອງປະເທດລາວໂດຍໄວ ເພື່ອເຊື່ອມຕໍ່ທາງລົດໄຟລາວ-ຈີນ.

ທ່ານ ອະນຸທິນ ຊານວີຣະກຸນ ຮອງນາຍົກລັດຖະມົນຕີໄທ ກ່າວວ່າ: ໃນກອງປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບທາງລົດໄຟໄທ-ລາວ-ຈີນ ທີ່ຕົນເປັນເຈົ້າພາບຈັດຂຶ້ນໃນອາທິດຜ່ານມານີ້, ໄດ້ມີຂໍ້ຕົກລົງໃຫ້ອົງການທາງລົດໄຟແຫ່ງປະເທດໄທສ້າງຂົວແຫ່ງນີ້ໂດຍໄວ, ຄະນະກຳມະການດັ່ງກ່າວໄດ້ເປີດ “ໄຟຂຽວ” ດ້ານງົບປະມານທີ່ໃຊ້ໃນການກໍ່ສ້າງຂົວ ທີ່ອົງການທາງລົດໄຟແຫ່ງປະເທດໄທເປັນຜູ້ສະເໜີ.

ພາຍຫຼັງທາງລົດໄຟລາວ-ຈີນເຊື່ອມຕໍ່ກັບປະເທດໄທແລ້ວ, ຈະຊຸກຍູ້ການພັດທະນາເສດຖະກິດພາກຕາເວັນຕົກຂອງຈີນ, ລາວ ແລະ ໄທ, ຈະເຮັດໃຫ້ຄ່າຂົນສົ່ງສິນຄ້າລະຫວ່າງຈີນແລະໄທຫຼຸດລົງ 30% ຫາ 50%; ຄຽງຄູ່ກັບການເປີດນຳໃຊ້ທາງລົດໄຟລາວ-ຈີນ, ການຂົນສົ່ງສິນຄ້າລະຫວ່າງຈີນແລະໄທຈະໄວກວ່າການຂົນສົ່ງສິນຄ້າໃນອະດີດ 1 ວັນ ແລະ ເຮັດໃຫ້ຕົ້ນທຶນໃນການຂົນສົ່ງຫຼຸດລົງ 25%.

ຈາກ: Lao Youth Radio FM 90.0 Mhz