ກວດພົບເຊື້ອໃໝ່ທັງໝົດ 901 ຄົນ, ໜ້າຫ່ວງ ໄຊຍະບູລີມື້ດຽວພົບຜູ້ຕິດເຊື້ອ 319 ຄົນ

115

ຄະນະສະເພາະກິດ, ກະຊວງສາທາລະນະສຸກລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 20 ມັງກອນ ປີ 2022 ວ່າ ວັນທີ 19 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.497 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 901 ຄົນ (ຕິດເຊື້ອພາຍໃນ 897 ຄົນ ແລະ ນໍາເຂົ້າ 04 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 897 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:
ໄຊຍະບູລີ 319 ຄົນ, ນະຄອນຫຼວງ 201 ຄົນ, ຜົ້ງສາລີ 55 ຄົນ, ບໍລິຄຳໄຊ 51 ຄົນ


ອຸດົມໄຊ 38 ຄົນດ ຄຳມ່ວນ 25 ຄົນ, ສະຫວັນນະເຂດ 23 ຄົນ, ຫຼວງນ້ຳທາ 22 ຄົນ ຊຽງຂວາງ 22 ຄົນ, ຈຳປາສັກ 21 ຄົນ
ອັດຕະປື 21 ຄົນ, ຫຼວງພະບາງ 20 ຄົນ, ໄຊສົມບູນ 19 ຄົນ, ວຽງຈັນ 18 ຄົນ, ບໍ່ແກ້ວ 17 ຄົນ, ສາລະວັນ 13 ຄົນ, ເຊກອງ 7 ຄົນ, ຫົວພັນ 5 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 04 ຄົນ ຈາກ ນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 128.248 ກໍລະນີ, ອອກໂຮງໝໍວານນີ້ 668 ຄົນ, ກຳລັງປິ່ນປົວ 7.728 ຄົນ ແລະ ເສຍຊີວິດສະສົມທັງໝົດ 508 ຄົນ (ເສຍຊີວິດໃໝ່ 01 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 01 ຄົນ ຈາກ ແຂວງຫຼວງນ້ຳທາ