ຮອງນາຍົກລັດຖະມົນຕີ ຢ້ຽມຢາມກອງພັນໃຫຍ່ທະຫານຮາບຍານເກາະທີ 11

153

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20/01/1949-20/01/2022),ໃນຕອນເຊົ້າວັນທີ 19 ມັງກອນ 2022 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ ເຄື່ອນໄຫວຢ້ຽມຢາມ ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ໂດຍການຕ້ອນຮັບຂອງ ທ່ານ ພັນເອກ ພອນມີໄຊ ສີວົງຊຳ ຫົວໜ້າການເມືອງ ກອງພັນໃຫຍ່ທະຫານຣາບຍານເກາະທີ 11 ພ້ອມດ້ວຍຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານ ຂອງກອງພັນໃຫຍ່ດັ່ງກ່າວ .


ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ເປັນໜຶ່ງໃນກອງພັນທະຫານ ທີ່ມີຜົນງານດີເດັ່ນ ໃນການປະຕິບັດພາລະກິດ ປະຕິວັດປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ເຊິ່ງເປັນການປະ ກອບສ່ວນອັນສຳຄັນ ໃນການສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການພັດທະນາເສະຖະກິດ-ສັງຄົມຂອງຊາດ ມີການພັດ ທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດມາ. ເວົ້າລວມ, ຕະຫຼອດໄລຍະ 73 ປີຜ່ານມາ ກອງທັບປະຊາຊົນລາວ ໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ຊື່ງໄດ້ຮັບຄຳສັນລະເສີນຈາກ ພັກ-ລັດ ແລະ ປະຊາຊົນ “ກອງທັບຍາມໃດກໍນຳໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງ ຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ” ຢ່າງແທ້ຈິງ.


ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ຂອງກອງພັນໃຫຍ່ທະຫານຮາບຍານເກາະທີ 11 ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ກໍໄດ້ມີຄໍາເຫັນຊີ້ນຳຕື່ມບາງດ້ານ ເປັນຕົ້ນ
1. ເຊີດຊູສະຕິລະວັງຕົວ, ເປັນເຈົ້າການຈັດຕັ້ງຜັນຂະຍາຍແນວທາງນະໂຍບາຍຂອງພັກ-ລັດ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ;
2. ກໍ່ສ້າງ, ປັບປຸງ ແລະ ອົບຮົມບົ່ມສອນ ກຳລັງປະກອບອາວຸດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວບໍ່ຢຸດຢັ້ງ, ຮັບປະກັນຄວາມຈົ່ງຮັກພັກດີຕໍ່ພາລະກິດຂອງພັກ ແລະ ປະເທດຊາດ;


3. ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ຂອງກອງທັບ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ;
4. ຕ້ອງສຸມທຸກເງື່ອນ ໄຂຄວາມສາມາດທີ່ມີ ເພື່ອກ້າວໄປເຖິງການກຸ້ມຕົນເອງ ທາງດ້ານພະລາທິການຮອບດ້ານ ບົນພື້ນຖານປະຢັດມັດທະຍັດ;
5. ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ກັບກອງທັບປະເທດເພື່ອນມິດຍຸດທະສາດ.


ເພື່ອເປັນກຳລັງໃຈ ໃຫ້ນາຍ ແລະ ພົນທະຫານ ກອງພັນທະຫານຮາບດັ່ງກ່າວ ເນື່ອງໃນໂອກາດການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວອວຍພອນໄຊ ໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ,ພ້ອມທັງ ມອບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດໂຄວິດ-19 ແລະ ເງິນຈຳນວນໜຶ່ງ ໃຫ້ກອງພັນໃຫຍ່ທະຫານຮາບດັ່ງກ່າວ ຕື່ມອີກ.