ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ

136

ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ໄດ້ຈັດຝຶກອົບຮົມ ກ່ຽວກັບການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ໃຫ້ພະນັກງານປະຈໍາຫ້ອງການ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ແລະ ຜູ້ປະກອບການຈຳນວນໜຶ່ງພາຍໃນແຂວງ ຂຶ້ນລະຫວ່າງວັນທີ 19-21 ມັງກອນ 2022 ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນນຳເຂົ້າ ແລະ ສົ່ງອອກ , ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ.


ການຝຶກອົບຮົມແມ່ນ ເພື່ອສົ່ງເສີມໃຫ້ເຈົ້າໜ້າທີ່ປະຈຳ ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ແລະ ຜູ້ປະກອບການພາຍໃນແຂວງ ຫັນມານໍາໃຊ້ລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອກະເອເລັກໂຕຣນິກທີ່ມີຄວາມກະທັດຮັດ ແລະ ທັນສະໄໝຕາມຍຸກເຕັກໂນໂລຊີ ກໍຄືການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແລະ ສົ່ງເສີມໃຫ້ຜູ້ປະກອບການທີ່ມີຄວາມເຂັ້ມແຂງສາມາດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ.

ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ໄດ້ຮັບການເພີ່ມທັກສະໃນການເຮັດຂັ້ນຕອນຂອງລະບົບ e-CO, ຂັ້ນຕອນໃນການອະນຸມັດ ແລະ ພິມຟອມຜ່ານລະບົບ. ສໍາລັບ ພາກທຸລະກິດ ແມ່ນໄດ້ລົງເລິກຕື່ມໃນການລົງທະບຽນນຳໃຊ້ລະ ບົບ e-CO, ການເຂົ້ານຳໃຊ້ລະບົບ, ວິທີຕື່ມຂໍ້ມູນລົງໃນແຕ່ລະແບບຟອມ, ການອັບໂຫຼດຂໍ້ມູນໃນການຂໍຟອມ ແລະ ການຕິດຕາມການເຄື່ອນໄຫວຂອງຟອມທີ່ທ່ານສົ່ງເຂົ້າໃນລະບົບ.


ກົມກົມການນນຳເຂົ້າ ແລະ ສົ່ງອອກ ມີແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ບັນດາຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນຂອບເຂດທົ່ວປະເທດ ສາມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້ພາຍໃນປີ 2022 ຊຶ່ງພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ກໍເປັນໜຶ່ງໃນຫ້ອງການເປົ້າໝາຍ ແລະ ຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 1 ກຸມພາ 2022. ປັດຈຸບັນນີ້, ມີຈຳນວນ 6 ຫ້ອງການທີ່ອອກຜ່ານລະບົບ e-CO ໄດ້ແກ່:ກົມກົມການນນຳເຂົ້າ ແລະ ສົ່ງອອກ , ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ (01 ຕຸລາ 2020), ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (01 ທັນວາ 2020), ສະຫວັນນະເຂດ (01 ມັງກອນ 2021), ບໍລິຄຳໄຊ (01 ມີນາ 2021) ແລະ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ (01 ກັນຍາ 2021).

ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021 450255 ແລະ ສາມາດເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la.