73 ປີແລ້ວທີ່ກໍາເນີດກອງທັບປະຊາຊົນລາວ, ຄົນລາວຕ້ອງຮູ້ເລື່ອງລາວເຄົ້າທີ່ມາ

191

ມາຮອດວັນທີ 20 ມັງກອນ 2022 ນີ້ ກອງທັບປະຊາຊົນລາວກໍ່ມີອາຍຸຄົບຮອບ 73 ປີແລ້ວ ເຊິ່ງເປັນການກ້າວຕາມແນວທາງສັງຄົມນິຍົມ ພາຍໃຕ້ການຊີ້ນຳຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຖັນແຖວກຳລັງປະກອບອາວຸດໄດ້ມີການພັດທະນາຢ່າງຕໍ່ເນື່ອງ ແລະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ.

ກອງທັບປະ ຊາຊົນລາວໄດ້ກຳເນີດຂຶ້ນ ໃນທ່າມກາງປະເທດຊາດຖືກພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນ ຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຮັບ ການປະກາດສ້າງຕັ້ງຂຶ້ນ (ເຊິ່ງ ເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວເຮົາໃນປັດຈຸບັນ) ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນ ຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ.

ນັບແຕ່ກອງທັບໄດ້ ຮັບການສ້າງຕັ້ງຂື້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກ ກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະ ສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ, ແຕ່ເພື່ອປົກປັກຮັກສາປະເທດຊາດ ດ້ວຍນ້ຳໃຈຮັກຊາດ ອັນເດັດດ່ຽວໜຽວແໜ້ນ, ຕໍ່ສູ້ ບໍ່ຍອມຈໍານົນກອງທັບໄດ້ຮ່ວມ ກັບປະຊາຊົນລາວບັນດາເຜົ່າສືບ ຕໍ່ດຳເນີນການຕໍ່ສູ້ຢ່າງອົງອາດ ກ້າຫານຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນ ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະ ບອບໃໝ່ສາທາລະນະລັດປະ ຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975.

ພາຍ ຫຼັງປະເທດຊາດໄດ້ຮັບການປົດ ປ່ອຍແລ້ວ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດໄປ ພ້ອມໆກັນຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງນີ້ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນທະຫານຮຸ່ນສືບທອດ ໄດ້ຮັບຮູ້,ເຂົ້າໃຈ, ກໍາໄດ້ປະຫວັດສາດ ແຫ່ງການກໍາເນີດ, ສູ້ຮົບມີໄຊ ແລະ ການເຕີບໃຫຍ່ຂະຫຍາຍ ຕົວຂອງກອງທັບປະຊາຊົນລາວ.

ໃນຕະຫຼອດໄລຍະ 73 ປີ ແຫ່ງ ການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງກຳລັງປະກອບ ອາວຸດ, ພາຍໃຕ້ການນຳພາໂດຍກົງ, ເດັດຂາດ, ຮອບດ້ານ ຈາກພັກປະຊາຊົນປະຕິວັດລາວ ແມ່ນ ການທົດສອບອັນໃຫຍ່ຫຼວງໃນ ການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະ ລາດແຫ່ງຊາດ, ຕະຫຼອດໄລຍະ ອັນລະອິດລະອ້ຽວ, ຫຍຸ້ງຍາກລຳ ບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປ ດ້ວຍຜົນງານ ແລະ ໄຊຊະນະອັນ ສະ ຫງ່າລາສີ ພາຍໃຕ້ການນໍາພາ ອັນສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ, ກຳລັງ ປະກອບອາວຸດ ພວກເຮົາໄດ້ ສາມັກຄີເປັນຈິດໜຶ່ງໃຈດຽວສູ້ຮົບ ຢ່າງພິລະອາດຫານ, ອອກແຮງ ປັບປຸງກໍ່ສ້າງກໍາລັງຂອງຕົນໃຫ້ ນັບມື້ເຂັ້ມແຂງ ແລະ ຂະຫຍາຍ ຕົວເປັນລໍາດັບມາ.

73 ປີ ຜ່ານມາກອງທັບປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດອັນ ຍິ່ງໃຫຍ່ ແລະ ໜັກໜ່ວງ ທີ່ປະ ເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງ ຜົນງານດີເດັ່ນ, ວິລະກຳອັນລໍ້າ ເລີດປະດັບໄວ້ໃນໜ້າປະຫວັດສາດຢ່າງສົມກຽດ ສົມແລ້ວທີ່ ເປັນກອງທັບວິລະຊົນ, ຊາດລາວວິລະຊົນ ເຊິ່ງໄດ້ຮັບການຍ້ອງ ຍໍສັນລະເສີນ ຈາກພັກ ແລະ ລັດ ວ່າ ”ກອງທັບຍາມໃດກໍນໍາໜ້າ ໃນທຸກວຽກງານ, ເດັດດ່ຽວຜ່ານ ຜ່າອຸປະສັກ ຕີເອົາຊະນະສັດຕູ ທຸກໂຕ, ເຮັດສຳເລັດໜ້າທີ່, ສົມ ເປັນກຳລັງແກ່ນສານທີ່ເຂັ້ມແຂງ ຂອງການປະຕິວັດ, ເປັນເຄື່ອງ ມືອັນ ແຫຼມຄົມຂອງພັກ“.