ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງສາລະວັນ ຢ້ຽມຢາມໂອ້ລົມອ້າຍ-ນ້ອງນາຍ ແລະ ພົນທະຫານກອງພັນ16

127

ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ທັງແມ່ນປະທານປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງສາລະວັນ ໄດ້ລົງຢ້ຽມຢາມ ພົບປະໂອ້ລົມນາຍ ແລະພົນທະຫານກອງພັນ16 ຢູ່ທີ່ເມືອງລະຄອນເພັງ ແຂວງສາລະວັນ ເມື່ອວັນທີ 18 ມັງກອນ 2022.


ການລົງພົບປະຄັ້ງນີ້ທ່ານໄດ້ຍ້ອງຍໍຊົມເຊີຍນາຍ ແລະພົນທະຫານທຸກສະຫາຍ ທີ່ໄດ້ເອົາໃຈໃສ່ເປັນເຈົ້າການໃນການສຶກສາອົບຮົມການເມືອງແນວຄິດ, ພ້ອມທັງເຜີຍແຜ່ເຊື່ອມຊືມບັນດາມະຕິ, ຄຳສັງ, ແນວທາງຕ່າງໆພັກ ກໍຄືຂອງຂັ້ນເທິງວາງອອກເຮັດໃຫ້ອ້າຍ-ນ້ອງນັກຮົບໄດ້ຮັບຮູ້ເຂົ້າໃຈ ແລະປະຕິບັດໜ້າທີ່, ເອົາໃຈໃສ່ລາດຕະເວນ ຕາມບໍລິເວນຊາຍແດນ ໄດ້ມີສະຖຽນລະພາບ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບໂດຍພື້ນຖານ. ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ໃນການຊ້ອມຮົບ, ຫັດແອບສິລະປະຍຸດ, ຍຸດທະວິທີຕ່າງໆຂອງວິຊາສະເພາະ, ໄປພ້ອມກັນນັ້ນກໍໄດ້ເອົາໃຈໃສ່ໃນການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ເພື່ອເຮັດໃຫ້ກົມກອງມີຄວາມເຂັ້ມແຂງ, ກຸ້ມຕົນເອງເພິ່ງຕົນເອງ.


ຈາກນັ້ນທ່ານເຈົ້າແຂວງສາລະວັນ ຍັງໄດ້ເນັ້ນໃຫ້ນາຍ-ພົນທະຫານທຸກສະຫາຍສືບຕໍ່ສຶກສາອົບຮົມການເມືອງແນວຄິດພາຍໃນກົມກອງໃຫ້ໜັກແໜ້ນ, ຕິດພັນກັບການຫັດແອບ, ຊ້ອມຮົບຍຸດທະວິທີດ້ານການທະຫານໃຫ້ມີຄວາມຊຳນານ.


ຈາກນັ້ນທ່ານ ເຈົ້າແຂວງໆສາລະວັນ ກໍໄດ້ມອບເຄື່ອງຈຳນວນໜຶ່ງເປັນຕົ້ນນໍ້າດື່ມ, ເຈວລ້າງມື, ຜ້າອັດປາກ-ດັງ ແລະເງິນສົດຈຳນວນ 16 ລ້ານກີບ ທີ່ໄດ້ມາຈາກການລະດົມ ແລະປະກອບສ່ວນຈາກພະແນກການຕ່າງໆເປັນຕົ້ນຫ້ອງວ່າການແຂວງ 5 ລ້ານກີບ, ພະແນກກະສິກຳ ແລະປ່າໄມ້ແຂວງ 5 ລ້ານກີບ, ພະແນກການເງິນແຂວງ 5 ລ້ານກີບ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ 1 ລ້ານກີບ ຮັບໂດຍທ່ານ ພັຕ ບຸນທົງ ສີຫ້າຈັກ  ຫົວໜ້າການເມືອງກອງພັນ 16.ພ້ອມດຽວກັນນັ້ນທ່ານ ທອງດີ ຈັນທະວົງ  ເຈົ້າເມືອງໆລະຄອນເພັງ ກໍໄດ້ມອບຕື່ມອີກ 6 ແສນກວ່າກີບເພື່ອເອົາໄປນຳໃຊ້ເຂົ້າໃນວຽກງານການພັດທະນາກໍ່ສ້າງພື້ນຖານໂຄງລາງຕ່າງທີ່ມີຄວາມຈຳເປັນຂອງກອງພັນ 16 ທະຫານແຂວງສາລະວັນ.

ພາບ-ຂ່າວ: ສິດຕາ ເພັດວົງສາ