ວິທະຍາຄານ ກົມມະດຳ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ

234

ວັນທີ 19 ມັງກອນ 2022  ການນຳ ວິທະຍາຄານ ກົມມະດຳ ພ້ອມດ້ວຍຄະນະໄດ້ພ້ອມກັນເຂົ້າວາງພວງມາລາ ເພື່ອກາບໄຫວ້ບູຊາ ຢູ່ຕໍ່ໜ້າຮູບປັ້ນທ່ານອົງກົມມະດຳ ວິລະບຸລຸດແຫ່ງຊາດລາວ ພ້ອມທັງຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ(20 ມັງກອນ 1949-20 ມັງກອນ 2022) ຂຶ້ນ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພັນເອກ ຖາວອນ ແກ້ວອີນທະວົງ ຫົວໜ້າການເມືອງ ວິທະຍາຄານ ກົມມະດຳ, ມີບັນດາຄະນະຫ້ອງ, ຄະນະວິຊາຄູ, ພະແນກການ-ກອງພັນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ.

ກ່ອນອື່ນ ສະຫາຍໄດ້ ທົບທວນຫວນຄືນປະຫວັດມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວຍາດມາໄດ້ຕະຫຼອດໄລ ຍະ 73 ປີຜ່ານມາ, ກອງທັບປະຊາຊົນລາວໄດ້ກຳເນີດຂຶ້ນ ໃນທ່າມກາງປະເທດຊາດຖືກພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍ ໃຕ້ການນຳພາຂອງພັກປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ.

ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຮັບ ການປະກາດສ້າງຕັ້ງຂຶ້ນ (ເຊິ່ງ ເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວເຮົາໃນປັດຈຸບັນ) ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ; ນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂື້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະ ສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ.

ແຕ່ເພື່ອປົກປັກຮັກສາປະເທດຊາດດ້ວຍນ້ຳໃຈຮັກຊາດອັນເດັດດ່ຽວໜຽວແໜ້ນ, ຕໍ່ສູ້ບໍ່ຍອມຈໍານົນກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າສືບຕໍ່ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975.

ພາຍ ຫຼັງປະເທດຊາດໄດ້ຮັບການປົດປ່ອຍແລ້ວ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດໄປ ພ້ອມໆກັນຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໂດຍ: ລຸນທອງ ສີບຸນເຮືອງ