ປະຊຸມຫາລື ເພື່ອແກ້ໄຂຂໍ້ຫຍຸ້ງຍາກການນໍາເຂົ້າ-ສົ່ງອອກ ຜ່ານແດນ ແລະ ຂົນສົ່ງສິນຄ້າ

264

ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກໃນການສົ່ງອອກສິນຄ້າໄປ ສປ ຈີນ, ຍົກລະດັບການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ໃຫ້ມີປະສິດທິພາບສູງສຸດ ແລະ ຫຼຸດຜ່ອນ ຄວາມກົດດັນໃນການຂົນສົ່ງທາງບົກ.

ໃນວັນທີ 18 ມັງກອນ ຜ່ານມາ ທີ່ ບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈຳກັດ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອແກ້ໄຂບັນຫາການນຳເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງສິນຄ້າ ຢູ່ສະຖາ ນີລົດໄຟວຽງຈັນໃຕ້, ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດຕິກ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ມີ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ, ທ່ານ ຢວນ ມິງຫາວ ຜູ້ອຳນວຍການ ບໍລິສັດທາງລົດໄຟລາວ-ຈີນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມຈາກກະຊວງກ່ຽວຂ້ອງ ແລະ ນັກທຸລະກິດ, ຜູ້ປະກອບການບໍລິການຂົນສົ່ງສິນຄ້າເຂົ້າຮ່ວມ.

อาจเป็นรูปภาพของ 1 คน และ ข้อความ

ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວຕໍ່ພິທີເປີດກອງປະຊຸມວ່າ: ການມາຢ້ຽມຢາມໃນຄັ້ງນີ້ ກໍເພື່ອມາຮັບຟັງວຽກງານການພັດທະນາ, ການບໍໍລິການ, ຄຸ້ມຄອງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການ ຈັດຕັ້ງປະຕິບັດຢູ່ສະຖານີລົດໄຟວຽງຈັນໃຕ້ ແລະ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ເຊິ່ງໄດ້ຮັບການລາຍງານຈາກຜູ້ອຳນວຍການບໍລິສັດຂົນສົ່ງສິນຄ້າທາງລົດໄຟ ວ່ານັບແຕ່ເປີດໃຫ້ບໍລິການມາໄດ້ມີຕູ້ຄອນເທນເນີສົ່ງໄປ ຈີນ 1.600-1.700 ຕູ້ ເຊິ່ງກວມຈຳນວນຫຼາຍ ແຕ່ຖ້າທຽບກັບສິນຄ້າທີ່ ສປປ ລາວ ເຮົາຈະສົ່ງໄປກໍຍັງບໍ່ທັນພຽງພໍ ເຊິ່ງຍັງມີຫຼາຍບໍລິສັດ, ຫຼາຍສິິນຄ້າຍັງລໍຖ້າຂົນສົ່ງໄປຈີນ ແຕ່ຍັງພົບຄວາມຫຍຸ້ງຍາກຢູ່ເນື່ອງຈາກມີຫຼາຍຂັ້ນຕອນ, ຄ່າບໍລິການສູງ ບວກກັບຍັງເປີດໃໝ່. ສະນັ້ນ, ໃນຕໍ່ໜ້າຈະຕ້ອງໄດ້ມີການປັບປຸງ, ແກ້ໄຂ ແລະ ຮ່ວມມືກັບພາກສ່ວນກ່ຽວຂ້ອງຫຼາຍຂຶ້ນເພື່ອແກ້ໄຂບັນຫາຕ່າງໆ.

อาจเป็นรูปภาพของ 12 คน และ ผู้คนกำลังยืน

ສ່ວນດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ທ່ານລັດຖະມົນຕີ ກ່າວວ່າ: ຈາກການລົງພາກສະໜາມຕົວຈິງ ເຫັນວ່າມີຄວາມພ້ອມ, ເພື່ອ ຄວາມເປັນເອກະພາບໃນການຂົນສົ່ງສິນຄ້າ, ແກ້ໄຂຄວາມຫຍຸ້ງຍາກໃນການຂົງສົ່ງ ພວກເຮົາຈະຕ້ອງໄດ້ມີຄວາມເປັນເອກະພາບດ້ານລະບຽບຫຼັກການ, ຫັນເຂົ້າສູ່ລະບຽບການຂອງພາກພື້ນ ແລະ ສາກົນໃຫ້ຫຼາຍຂຶ້ນ ເພື່ອເປັນຈຸດໃຈກາງໃນການຂົນສົ່ງ ແລະ ການບໍລິການ.

อาจเป็นรูปภาพของ 1 คน และ แว่นกันแดด

ທ່ານ ຢວນ ມິງຫາວ ກ່າວວ່າ: ພວກເຮົາ ຈະຖືເອົາຄຳແນະນຳຂອງທ່ານລັດຖະມົນຕີ ເພື່ອນຳໄປປັບປຸງລະບົບການເຮັດວຽກໃຫ້ດີຂຶ້ນ, ຈະເພີ່ມທະວີການປະສານສົມທົບກັບກົມພາສີ ກະຊວງການເງິນ ແລະ ກະຊວງທີ່ກ່ຽວຂ້ອງຂອງລັດຖະບານ ສປປ ລາວ ໂດຍສະເພາະແມ່ນການເຮັດວຽກຮ່ວມກັນ ລະບົບຂອງພາສີ ແລະ ລະບົບຂອງທາງລົດໄຟ ເພື່ອໃຫ້ເຊື່ອມຈອດ, ເຊື່ອມໂຍງກັນ ລວມທັງລະບົບການເຮັດວຽກ, ເງື່ອນໄຂ, ສິ່ງອຳນວຍຄວາມສະດວກໃນການເຮັດວຽກ ເພື່ອຍົກປະສິດທິຜົນໃນການຈັດຕັ້ງປະຕິບັດວຽກງານ ພ້ອມທັງການຂົນສົ່ງທາງລົດໄຟ ແລະ ຜ່ານການລົງມາຢ້ຽມຢາມ, ກວດກາວຽກພາກສະໜາມຂອງທັງ 2 ໂຄງການ ແລະ ຈາກກອງປະຊຸມໃນຄັ້ງນີ້ ຕໍ່ໜ້າພວກເຮົາຈະໄດ້ຮ່ວມມືກັນກັບທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ, ຜູ້ປະກອບການຜູ້ຂົນສົ່ງ ເພື່ອເຊື່ອມໃຫ້ລະບົບພວກເຮົາເປັນຮູບແບບດຽວກັນ, ຈະປັບປຸງຄ່າໃຊ້ຈ່າຍ ແລະ ການບໍລິການຕ່າງໆໃຫ້ໄດ້ມາດຕະຖານ, ໂປ່ງໃສ, ສາມາດເຊື່ອມຕໍ່ລະບົບການເຮັດວຽກຂອງທັງ 2 ຝ່າຍ ຫຼື ຫຼາຍຝ່າຍໄດ້ ໃຫ້ເຊື່ອມຈອດກັນ ແລະ ທົ່ວເຖິງໃນການຍົກສູງເງື່ອນໄຂໃນການຂົນສົ່ງ.

อาจเป็นรูปภาพของ 2 คน

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ການດຳເນີນການພັດທະນາທ່າບົກທ່ານາແລ້ງ ພວກເຮົາໃຊ້ເວລາພຽງ 11 ເດືອນ ໃນການດຳເນີນກໍ່ສ້າງ, ພັດທະນາໂຄງການນີ້; ພາຍຫຼັງທີ່ໄດ້ມີການເຊັນສັນຍາ ແລະ ເວນຄືນທີ່ດິນສຳເລັດ ເຊິ່ງຖືເປັນບາດກ້າວ ແລະ ເປັນການສຸມໃສ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ສຳເລັດຕາມເປົ້າໝາຍ ເພື່ອຈຸດປະສົງໃນການເຊື່ອມໂຍງ ເຊື່ອມຈອດໃຫ້ຕອບໂຈດໄດ້ວິໄສທັດຂອງລັດຖະບານຄື ຫັນປະເທດລາວຈາກທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ ເຊື່ອມຈອດ.

ไม่มีคำอธิบายรูปภาพ

ພ້ອມນັ້ນ, ທ່ານຍັງໄດ້ອະທິບາຍເຖິງກົນໄກການບໍລິຫານຈັດການ, ເລື່ອງເກັບຄ່າບໍລິການ, ຂອດການປະສານງານຕ່າງໆຕັ້ງແຕ່ສິນຄ້າເຂົ້າ ແລະ ອອກ ຜ່ານປະເທດລາວ, ມີຈັກກົນໄກ, ໃຊ້ເວລາເທົ່າໃດ, ມີໃຜໄດ້ຜົນປະໂຫຍດ, ລັດຖະບານໄດ້ຫຍັງ ແລະ ທາງທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ໄດ້ປະກອບສ່ວນຫຍັງຕໍ່ພັກ-ລັດ ເພື່ອສ້າງ ຄວາມເຂົ້າໃຈໃຫ້ແກ່ສັງຄົມ.

ไม่มีคำอธิบายรูปภาพ

ກອງປະຊຸມຍັງໄດ້ສະເໜີການແກ້ໄຂບັນຫາຕົ້ນຕໍຄື: 1) ການກະກຽມຄວາມພ້ອມທາງດ້ານລະບຽບ ແລະ ບຸກຄະລາກອນໃນການກວດປ່ອຍສິນຄ້າ ນໍາເຂົ້າ-ສົ່ງອອກ, ຜ່ານແດນ ຢູ່ສະຖານີລົດໄຟວຽງຈັນໃຕ້, ທ່າບົກທ່ານາແລ້ງ, 2) ການປັບປຸງໂຄງລ່າງພື້ນຖານຂອງສະຖານີລົດໄຟ, ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຂັ້ນຕອນ, ເອກະສານ, ຄ່າທໍານຽມ, ການຈອງຕູ້ຄອນເທນເນີ, ການເພີ່ມຈໍານວນຖ້ຽວ, ເພີ່ມຈໍານວນ ແລະ ຂະໜາດຂອງຕູ້ຄອນເທນເນີ ຜ່ານທາງລົດໄຟ ແລະ 3) ການລະດົມກໍາລັງ ແລະ ຄວາມສາມາດໃນການຂົນສົ່ງ ເພື່ອຕອບສະໜອງລົດຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ໃຫ້ພຽງພໍ ແລະ ໄດ້ມາດຕະຖານ ຢູ່ສະຖານີລົດໄຟວຽງຈັນໃຕ້ ແລະ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ.

อาจเป็นรูปภาพของ 1 คน

ກອງປະຊຸມໃນຄັ້ງນີ້ ຍັງເປັນການກະກຽມເນື້ອໃນກ່ຽວກັບ ວຽກອໍານວຍຄວາມສະດວກທາງດ້ານການຄ້າ ລາຍງານຕໍ່ກອງປະຊຸມຄະນະກໍາມະການອໍານວຍ ຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 4 ເຊິ່ງຈະຈັດຂຶ້ນໃນວັນທີ 25 ມັງກອນ 2022 ນີ້ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕີກະຊວງແຜນການ ແລະການລົງທຶນ, ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ.