ອິນເດຍ ພັດທະນາວັກຊີນ ຕໍ່ສູ້ກັບໂອມີຄຣອນໂດຍສະເພາະ

92

ສຳນັກຂ່າວຣອຍເຕີລາຍງານວ່າ ບໍລິສັດ Gennova Biopharmaceuticals ຜູ້ຜະລິດຢາລາຍໃຫຍ່ຂອງອິນເດຍ ກຳລັງພັດທະນາວັກຊີນປ້ອງກັນໂຄວິດ-19 ເພື່ອຕໍ່ສູ້ກັບເຊື້ອກາຍພັນໂອມີຄຣອນໂດຍສະເພາະ ຄາດວ່າ ຈະຜະລິດ ແລະ ນຳໄປສັກໃຫ້ປະຊາຊົນໃນ 1-2 ເດືອນຂ້າງໜ້ານີ້.

ລາຍງານລະບຸວ່າ ບໍລິສັດ Gennova Biophar -maceuticals ໄດ້ຍື່ນຂໍອະນຸມັດທົດລອງທາງຄລີນິກໄລຍະທີ 2 ກັບ ວັກຊີນ mNRA ອີກຊະນິດໜຶ່ງ ກັບໜ່ວຍງານຄຸ້ມຄອງຢາຂອງອິນເດຍແລ້ວ ເຊິ່ງກ່ອນໜ້ານີ້ ທາງການອິນເດຍເປີດເຜີຍວ່າ ຜົນການທົດລອງທາງຄລີນິກ ພົບວ່າ ວັກຊີນດັ່ງກ່າວມີຄວາມປອດໄພ, ສ້າງພູມຄຸ້ມກັນໄດ້ດີ.

ແນວໃດກໍຕາມ ກ່ອນໜ້ານີ້ ບໍລິສັດຟາຍເຊີ ຜູ້ຜະລິດຢາລາຍໃຫຍ່ຂອງສະຫະລັດອາເມຣິກາ ອອກມາເປີດເຜີຍວ່າ ບໍລິສັດກຳລັງພັດທະນາວັກຊີນເພື່ອຕໍ່ສູ້ກັບໂອມີຄຣອນໂດຍສະເພາະ ເຊິ່ງຄາດວ່າ ໃນເດືອນມີນາຈະເຖິງນີ້ ຈະຜະລິດວັກຊີນອອກສູ່ຕະຫຼາດ.