ເສດຖະກິດຈີນປີຜ່ານມາຂະຫຍາຍຕົວ 8,1% ແຕ່ຊ່ວງທ້າຍປີຊ້າລົງ

93

ສຳນັກຂ່າວຕ່າງປະເທດລາຍງານວ່າ ເສດຖະກິດຈີນໃນປີ 2021 ຂະຫຍາຍຕົວສູງເຖິງ 8,1% ແຕ່ໃນຊ່ວງທ້າຍປີເລີ່ມຂະຫຍາຍຕົວຊ້າລົງໂດຍສະເພາະໃນໄຕມາດ 4 ຂອງປີ 2021 ຂະຫຍາຍຕົວພຽງແຕ່ 4%.

ສຳນັກງານສະຖິຕິແຫ່ງຊາດຈີນ (NBS) ເປີດເຜີຍວ່າ: ເສດຖະກິດຈີນໃນປີ 2021 ຂະຫຍາຍຕົວສູງເຖິງ 8,1% ແນວໃດກໍຕາມ ການຂະຫຍາຍຕົວສູງເກີດຂຶ້ນໃນຊ່ວງ 6 ເດືອນຕົ້ນປີ ແຕ່ຫຼັງຈາກນັ້ນເລີ່ມຂະຫຍາຍຕົວຊ້າລົງ ໂດຍໄຕມາດ 4 ຂອງປີ 2021 ຂະຫຍາຍຕົວຕ່ຳທີ່ສຸດໃນຮອບກວ່າ 1 ປີ ຢູ່ທີ່ປະມານ 4% ເມື່ອທຽບກັບໄຕມາດ 3 ຢູ່ທີ່ 4,9%, ຂະນະທີ່ທະນາຄານແຫ່ງ ສປ ຈີນໄດ້ປະກາດຫຼຸດອັດຕາດອກເບ້ຍເງິນກູ້ປະເພດ 1 ປີລົງເຫຼືອ 2,58% ເຊິ່ງເປັນການຫຼຸດອັດຕາດອກເບ້ຍເປັນຄັ້ງທຳອິດນັບແຕ່ເດືອນເມສາ 2020 ເປັນຕົ້ນມາ ເຊິ່ງເປັນຊ່ວງທີ່ກຳລັງປະເຊີນກັບຜົນກະທົບຈາກໂຄວິດ-19.

ທ່ານ ຫນິງ ຈີເຈີ ໂຄສົກ NBS ກ່າວວ່າ: ເສດຖະກິດຈີນໄດ້ຮັບແຮງກົດດັນ 3 ປະການໄດ້ແກ່: ອຸປະສົງຫຼຸດລົງ; ອຸປະທານປ່ຽນແປງຢ່າງກະທັນຫັນ ແລະ ການຄາດການທີ່ປັບຕົວລົງ.

ທັງນີ້ ນະໂຍບາຍໂຄວິດເປັນສູນຂອງຈີນ ໄດ້ເຮັດໃຫ້ຄົນສ່ວນໃຫຍ່ໃນຈີນກັບມາດຳລົງຊີວິດເປັນປົກກະຕິ ແລະ ເຮັດໃຫ້ກິດຈະກຳທາງດ້ານເສດຖະກິດກັບມາເດີນເຄື່ອງຢ່າງເຕັມຮູບແບບ ແຕ່ມາດຕະການຄວບຄຸມຊາຍແດນທີ່ເຂັ້ມງວດ ແລະ ການລັອກດາວສະເພາະຈຸດທີ່ມີການລະບາດ ໄດ້ສົ່ງຜົນກະທົບຕໍ່ລະບົບເສດຖະກິດ ເຮັດໃຫ້ການຟື້ນຕົວຂອງເສດຖະກິດໃນຊ່ວງ 6 ເດືອນທ້າຍປີຕ້ອງພົບອຸປະສັກ ເນື່ອງຈາກຫຼາຍພື້ນທີ່ເກີດການແຜ່ລະບາດຂອງພະຍາດໂຄ ວິດ-19 ເຮັດໃຫ້ທາງການຕ້ອງກັບມາໃຊ້ມາດຕະການຄວບຄຸມຢ່າງເຂັ້ມງວດອີກຄັ້ງ, ພາກອຸດສາຫະກຳຍັງປະສົບການຂາດແຄນພະລັງງານໄຟຟ້າ ທີ່ເປັນຜົນພວງຈາກຄວາມພະຍາຍາມຂອງລັດຖະບານຫຼຸດການປ່ອຍມົນລະພິດ, ບັນຫາຫ່ວງໂສ້ອຸປະທານ ແລະ ຕົ້ນທຶນການຜະລິດທີ່ສູງຂຶ້ນ.

ໃນເດືອນທັນວາ 2021 ພາກອຸດສາຫະກຳການຜະລິດຂອງຈີນຂະຫຍາຍຕົວ 4,3% ສູງ ກວ່າທີ່ຄາດການໄວ້ ແຕ່ຫາກນັບລວມໝົດປີ 2021 ພາກອຸດສາຫະກຳການຜະລິດຂອງຈີນຂະຫຍາຍຕົວ 9,6% ແຕ່ການຂະຫຍາຍຕົວຂອງພາກອຸດສາຫະກຳຂາຍຍ່ອຍຊ້າລົງ 1,7% ໃນເດືອນທັນວາ ເຊິ່ງຫຼຸດລົງຈາກເດືອນພະຈິກຢູ່ທີ່ 3,9%.

ທ່ານ ໄອຣິສ ຜາງ ນັກເສດຖະສາດຈາກ ING ກ່າວວ່າ: ການສະລໍຕົວດັ່ງກ່າວມີສາເຫດມາຈາກການຂາດແຄນຊິບສຳລັບການຜະລິດລົດໃຫຍ່ ແລະ ຄາດວ່າບັນຫາດັ່ງກ່າວຍັງແກ່ຍາວອອກໄປອີກ ເນື່ອງຈາກຊິບຍັງຂາດຕະຫຼາດ, ໃນຂະນະທີ່ອັດຕາການວ່າງງານຢູ່ເຂດຕົວເມືອງ ເພີ່ມເປັນ 5,1% ໃນເດືອນທັນວາ.