ໃຜມັກກິນແນ່ ໝາກຂາມປ້ອມ ມີສັບພະຄຸນບໍາລຸງຕັບ, ຊ່ວຍຫຼຸດຄວາມດັນ

332

ໝາກຂາມປ້ອມ ໝາກໄມ້ຊະນິດໜຶ່ງທີ່ບາງຄົນກໍມັກກິນ ແລະ ບາງຄົນກໍບໍ່ມັກ ທີ່ມີຂາຍຢູ່ຕາມຕະຫຼາດ ແລະ ລໍ້ໝາກສົ້ມ ເປັນໝາກໄມ້ທີ່ມີລົດຊາດສົ້ມຝາດ ເມື່ອກິນເຂົ້າໄປແລ້ວຈະເປັນຫວານໆໃນຄໍ.

.


ສໍາລັບໃຜທີ່ມັກກິນຢູ່ແລ້ວນັບວ່າເປັນການດີ ເພາະໝາກຂາມປ້ອມມີສັບພະຄຸນຕໍ່ຮ່າງກາຍຂອງເຮົາຫຼາຍຢ່າງ ສ່ວນຄົນທີ່ບໍ່ມັກກິນກໍລອງໆປ່ຽນມາກິນເບິ່ງ ເພາະໝາກຂາມປ້ອມສາມາດບໍາລຸງຕັບ ແລະ ມີສານທີ່ຕ້ານໂລກມະເຮັງໄດ້, ນອກຈາກນັ້ນຍັງຊ່ວຍຫຼຸດຄວາມດັນ ຕ້ານການເກີດແຜໃນກະເພາະອາຫານ.


ໝາກຂາມປ້ອມເປັນໝາກໄມ້ທີ່ມີວິຕາມິນຊີສູງ ເປັນແຫຼ່ງລວມທາດເຫຼັກໄດ້ດີ ບອກເລີຍວ່າໃຜທີ່ຕ້ອງການຄວບຄຸມອາຫານໂດຍສະເພາະສາວໆ ແນະນໍາໃຫ້ກິນໝາກຂາມປ້ອມເລີຍ ທີ່ສຳຄັນໝາກຂາມປ້ອມສາມາດເກັບໄວ້ບ່ອນແຫ້ງ ຫຼື ເຢັນເປັນເວລາດົນໆໄດ້ ຊື້ມາເກັບໄວ້ກິນແບບບໍ່ຕ້ອງຢ້ານເນົ່າ.

.


ຂໍ້ມູນຈາກ: https://www.doctor.or.th/
ຮຽບຮຽງ: ເມລີ
ພາບຈາກ: Google