ພົບຜູ້ຕິດເຊື້ອໂຄວິດໃໝ່ 1.281 ຄົນ, ເສຍຊີວິດໃໝ່ 7 ຄົນ

81

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານ ການຕິດເຊື້ອພະຍາດ ໂຄວິດ-19 ປະຈໍາວັນທີ 19 ມັງກອນ ປີ 2022 ວ່າ ວັນທີ 18 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.298 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.281 ຄົນ (ຕິດເຊື້ອພາຍໃນ 1.279 ຄົນ ແລະ ນໍາເຂົ້າ 02 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,279 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້


ໄຊຍະບູລີ 606 ຄົນ, ນະຄອນຫຼວງ 227 ຄົນ, ຊຽງຂວາງ 79 ຄົນ, ຜົ້ງສາລີ 52 ຄົນ
ຫຼວງນ້ຳທາ 37 ຄົນ, ອຸດົມໄຊ 33 ຄົນ, ສະຫວັນນະເຂດ 30 ຄົນ, ວຽງຈັນ 30 ຄົນ, ບໍລິຄຳໄຊ 26 ຄົນ
ໄຊສົມບູນ 22 ຄົນ, ຄຳມ່ວນ 22 ຄົນ, ສາລະວັນ 20 ຄົນ, ບໍ່ແກ້ວ 19 ຄົນ, ຫຼວງພະບາງ 19 ຄົນ, ອັດຕະປື 18 ຄົນ, ຈຳປາສັກ 16 ຄົນ, ເຊກອງ 12 ຄົນ, ຫົວພັນ 11 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 02 ຄົນ ຈາກ ບໍ່ແກ້ວ 1 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 127.347 ກໍລະນີ, ອອກໂຮງໝໍວານນີ້ 355 ຄົນ , ກຳລັງປິ່ນປົວ 8,166 ຄົນ ແລະ ເສຍຊີວິດສະສົມທັງໝົດ 507 ຄົນ (ເສຍຊີວິດໃໝ່ 07 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 07 ຄົນ ຈາກ ແຂວງວຽງຈັນ 3 ຄົນ, ໄຊຍະບູລີ 1 ຄົນ, ບໍລິຄຳໄຊ 1 ຄົນ, ຄຳມ່ວນ 1 ຄົນ ແລະ ຊຽງຂວາງ 1 ຄົນ.