ບໍໝົດຈັກເທື່ອ ຈັບໄດ້ອີກແລ້ວໂຈນລັກສາຍໄຟຢູ່ສະຖານີລົດໄຟ ລາວ-ຈີນ ຈຸດດົງໂພສີ

202

ບັນຫາການລັກຕັດສາຍໄຟຢູ່ຕາມທາງລົດໄຟຄວາມໄວສູງ ແມ່ນຖືວ່າເກີດຂຶ້ນເປັນປະຈຳ ການເຮັດແບບນີ້ຖືວ່າເປັນການຕັດອະນາຄົດຕົນເອງເລີຍ ແທນທີ່ຈະຊອກຫາຊ່ອງທາງຫາເງິນທີ່ດີກວ່ານີ້ ເພື່ອຈະບໍ່ໄດ້ມາຈົບຊີວິດກັບຄໍາວ່າ ກາຍເປັນຄົນທີ່ມີໂທດຄະດີຕິດໂຕ ແລະຍັງສ້າງຄວາມສ່ຽງໃຫ້ຄົນນັບຮ້ອຍນັບພັນທີ່ຕ້ອງຂື້ນລົດແຕ່ລະວັນອີກ.

ພັທ ທັດສະພົງ ຫວັນມະນີຈັນ ຮອງຫົວໜ້າກອງບັນ ຊາການ ປກສ ເມືອງ ຫາດຊາຍຟອງ ໄດ້ໃຫ້ຮູ້ໃນວັນທີ 18 ມັງກອນນີ້ ວ່າ: ເລີ່ມແຕ່ວັນທີ 6 – 15 ມັງກອນ 2022 ໄດ້ມີຄົນຮ້າຍເຂົ້າໄປລັກຕັດສາຍໄຟຢູ່ສະຖານີລົດໄຟລາວ-ຈີນ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ຈໍານວນຫຼາຍຄັັ້ງ ເຊິ່ງມີມູນຄ່າຄວາມເສຍຫາຍເຖິງ 83 ລ້ານກວ່າກີບ ຕາມການແຈ້ງຂອງບໍລິສັດຮັກສາຄວາມປອດໄພ ສະຖານີລົດໄຟລາວ-ຈີນ ຈຸດບ້ານດົງໂພສີ.

ມາຮອດວັນທີ15 ມັງກອນ 2022 ເວລາ 23:00 ໂມງ ພະນັກງານບໍລິສັດຮັກສາຄວາມປອດໄພສະຖານີລົດໄຟລາວ-ຈີນ ຈຸດບ້ານ ດົງໂພສີ ສາມາດຈັບຕົວຄົນຮ້າຍໄດ້ 1 ຄົນ ຊື່ທ້າວ ວັງ ອາຍຸ 25 ປີ, ກໍາມະກອນ ບ້ານຂັນເທີງ ເມືອງນໍ້າບາກ ແຂວງຫຼວງພະບາງ ພັກເຊົາຢູ່ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຜູ້ກ່ຽວກຳລັງຈະເຂົ້າໄປລັກຕັດສາຍໄຟຟ້າເພື່ອເອົາທອງແລ້ວມອບໃຫ້ເຈົ້າໜ້າທີ່ຕຳຫຼວດລົດໄຟລາວ-ຈີນ ປກສ ເມືອງຫາດຊາຍຟອງ ແລະໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ.

ຜ່ານການການສືບສວນ-ສອບສວນ ຂະຫຍາຍຜົນສາມາດຈັບຕົວຜູ້ຮ່ວມຂະບວນການໄດ້ອີກ 4 ຄົນຄື:
1. ທ້າວ ມີ ອາຍຸ 38 ປີ,ອາຊີບກຳມະກອນຢູ່ບ້ານນໍ້າລິດ ເມືອງ ປາກລາຍ ແຂວງ ໄຊຍະບູລີ
2. ທ້າວ ມາເລ (ໄມ) ອາຍຸ 29 ປີ,ກຳມະກອນ ຢູ່ບ້ານປຸງທາງ ເມືອງຊໍາໃຕ້ ແຂວງຫົວພັນ
3. ທ້າວ ສີງ ອາຍຸ 28 ປີ,ກຳມະກອນ ຢູ່ບ້ານເມືອງວັນ ເມືອງແອດ ແຂວງຫົວພັນ.
4. ທ້າວ ພຸດທະສັກ (ຕອຍ) ອາຍຸ 31 ປີ ກຳມະກອນ ຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ
ນະຄອນຫຼວງວຽງຈັນ.

ປັດຈຸບັນທັງ 4 ຄົນ ແມ່ນພັກເຊົາຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ສາມາດຢືດຂອງກາງປະເພດອຸປະກອນຕັດສາຍໄຟ ແລະ ເຄື່ອງຢາມກະແສໄຟຟ້າ. ຜ່ານການສືບສວນ-ສອບສວນ ພວກກ່ຽວສາລະພາບໃນເບື້ອງຕົ້ນວ່າ: ໄດ້ມາເຮັດວຽກເປັນກຳມະກອນກໍ່ສັ້າງຢູ່ໃນສະຖານີລົດໄຟດັ່ງກ່າວ ຕໍ່ມາການກໍ່ສ້າງໄດ້ສຳເລັດແລ້ວ, ແຕ່ພວກກ່ຽວຍັງບໍ່ທັນໄດ້ກັບບ້ານຂອງຕົນ ໄດ້ພັກເຊົາຢູ່ແຄັມກໍ່ສ້າງເຂດໃກ້ຄຽງ ຈືຶ່ງພາກັນເຂົ້າໄປລັກຕັດສາຍໄຟຟ້າແຮງສູງເພື່ອປອກເອົາທອງຢູ່ສະຖານີລົດໄຟລາວ-ຈີນ ຈຸດບ້ານດົງໂພສີ ຈຳນວນ 09 ຄັັ້ງ, ແລ້ວນຳໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດເປັນກິໂລ, ເມື່ຶອໄດ້ເງິນມາກໍເອົາໄປໃຊ້ຈ່າຍຈົນໝົດ.

ຈາກ: ຄວາມສະຫງົບ.