ຈະນຳໃຊ້ຢາພື້ນເມືອງລາວຈາກພືດ 3 ຊະນິດສົມທົບກັບຢາຫຼວງ ຕ້ານພະຍາດໂຄວິດຕໍ່ໄປ

188

ຕາມການລາຍງານຂອງ ຂປລ ວ່າ: ເມື່ອບໍ່ດົນມານີ້, ຢູ່ແຂວງວຽງຈັນ ສະຖາບັນການແພດ ແລະ ການຢາ ພື້ນເມືອງ ຈັດກອງປະຊຸມວິທະຍາສາດ ວ່າດ້ວຍສະຫລຸບລາຍງານ ຜົນຂອງການຄົ້ນຄວ້າຢາພື້ນເມືອງລາວ ຈາກພືດ 3 ຊະນິດ ໃຊ້ກັບພະຍາດໂຄວິດຂອງ 3 ແຂວງ ຄື: ແຂວງສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ

ໂດຍການເປັນປະທານຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີຫົວໜ້າາຫ້ອງການກະຊວງສາທາລະນະສຸກ, ຫົວໜ້າກົມອາຫານ ແລະ ຢາ, ຮັກສາການຫົວໜ້າກົນປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ພະຍາດເຂດຮ້ອນ, ຄະນະເພສັຊສາດ ມະຫາ ວິທະຍາໄລວິທະຍາສາດສຸຂະພາບ, ຄະນະອຳນວຍການໂຮງງານຜະລິດຢາເລກ 2 ແລະ 3, ຄະນະສາທາລະນະສຸກ ແຂວງວຽງຈັນ, ຄະນະອຳນວຍການໂຮງໝໍແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ດຣ. ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາ ພື້ນເມືອງໄດ້ໃຫ້ຮູ້ວ່າ: ໂດຍສືບຕໍ່ປະຕິບັດນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຊຸກຍູ້ສົ່ງເສີມນຳໃຊ້ຢາພື້ນເມືອງ ສົມທົບກັບຢາຫລວງເຂົ້າໃນການປິ່ນປົວພະຍາດ, ນຳໃຊ້ທ່າແຮງຂອງຢາພື້ນເມືອງລາວທີ່ມີຢູ່ໃນປະເທດ ເຂົ້າໃນການແກ້ໄຂບັນຫາສຸກເສີນດ້ານສາທາລະນະສຸກ

ການນຳກະຊວງສາທາ ລະນະສຸກ ຈຶ່ງໄດ້ມີນະໂຍບາຍ ແລະ ທິດຊີ້ນຳ ໃຫ້ມີການຄົ້ນຄວ້ານຳໃຊ້ພືດທີ່ເປັນຢາພື້ນເມືອງລາວ ເຂົ້າໃນການເສີມສ້າງພູມຄຸ້ມກັນຂອງຮ່າງກາຍ ເພື່ອປ້ອງກັນ ແລະ ປິ່ນປົວ ພະຍາດໂຄວິດ-19 ແນໃສ່ເປັນທາງເລືອກໜຶ່ງໃນການຕ້ານ ແລະ ສະກັດການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ.

.

ກອງປະຊຸມ ໄດ້ຮັບຟັງການລາຍງານການສຶກສາຄົ້ນຄວ້າວິໄຈ ດ້ານຄຸນະພາບຄວາມປອດໄພ ຕໍ່ການນຳໃຊ້ພືດ 3 ຊະນິດຂອງລາວ ຄື: ລາຊາບີ, ກະຊາຍຂາວ ແລະ ຜັກຄາວທອງ ພ້ອມຖືກຮອງຮັບຈາກກອງປະຊຸມຢ່າງເອກະພາບ ແລະ ໃຫ້ມີການນຳໃຊ້ ສູດຕຳລາຂອງສະຖາບັນການແພດ ແລະ ການຢາ ພື້ນເມືອງ ທີ່ໄດ້ສຶກສາຄົ້ນຄວ້າເພື່ອປ້ອງກັນ ແລະ ປີ່ນປົວພະຍາດໂຄວິດໃຫ້ປະຊາຊົນ.