ຜົນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ໂດຍເປັນເອກະສັນເລືອກເອົາສະຫາຍ ຄຳເຈນ ວົງໂພສີ ເປັນເລຂາຄະນະພັກ

477

ກອງປະຊຸມໃຫຍ່ ຄັ້ງທີີ V ຂອງອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 18 ມັງກອນ 2022 ແລະ ດໍາເນີນໄປເປັນເວລາ 1 ວັນ ຢູ່ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ຄຳຂວັນ: “ຍົກສູງຄວາມສາມາດການນຳພາຂອງອົງຄະນະພັກ, ຮັບປະກັນການປະຕິບັດບົດບາດຂອງ ຫສນຍ ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ”.

ໂດຍການເປັນປະທານ ຂອງສະຫາຍ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ ຫສນຍ ແລະ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ; ມີຜູ້ຕາງໜ້າ ຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ພ້ອມດ້ວຍແຂກຖືກເຊີນ ພາຍໃນ ຫສນຍ ແລະ ມີຜູ້ແທນສົມບູນ ຈຳນວນ 149 ສະຫາຍ, ຍິງ 48 ສະຫາຍ ທີ່ເປັນຕົວແທນ ໃຫ້ແກ່ສະມາຊິກພັກ ຫສນຍ ຈຳນວນ 287 ສະຫາຍ, ຍິງ 102 ສະຫາຍ.

ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນດາເອກະສານ ທີ່ນຳມາຜ່ານໃນກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້, ຊຶ່ງກອງປະຊຸມ ໄດ້ລົງປະຊາມະຕິເປັນເອກະສັນ ຮັບຮອງເອົາ ຮ່າງລາຍງານການເມືອງ ແລະ ທິດທາງຄາດໝາຍສູ້ຊົນແຕ່ລະດ້ານ ທັງວຽກງານກໍ່ສ້າງພັກ-ພະນັກງານ, ການນໍາພາຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານວິຊາສະເພາະ, ວຽກງງານການພົວພັນຮ່ວມມືກັບຕ່າງປະເທດ ແລະ ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຜ່ານມາ, ພ້ອມກັນນີ້ ກອງປະຊຸມ ຍັງໄດ້ຮັບຮອງເອົາແຜນພັດທະນາວຽກງານວິຊາສະເພາະຂອງ ຫສນຍ ໄລຍະ 2021-2025 ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ເປັນແຜນງານ, ແຜນວຽກລະອຽດ, ໃນນັ້ນ ໄດ້ຮັບຮອງເອົາ 4 ຄາດໝາຍ ແລະ 3 ໜ້າທີ່ຕົ້ນຕໍ ຂອງ ຫສນຍ ໃນຕໍ່ໜ້າ.

ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ອອກຮັບສະໜັກເລືອກຕັ້ງ 14 ສະຫາຍ, ຍິງ 3 ສະຫາຍ ແລະ ເລືອກໄດ້ 11 ສະຫາຍ, ຍິງ 2 ສະຫາຍ.

.

ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ໄດ້ເປັນເອກະສັນກັນເລືອກຕັ້ງເອົາ ຄະນະປະຈໍາພັກ ຈຳນວນ 3 ສະຫາຍ ຄື: ສະຫາຍ ຄຳເຈນ ວົງໂພສີ, ສະຫາຍ ຄຳລາວັນ ຈັນທະລາວັນ ແລະ ສະຫາຍ ນາງ ທິບພະກອນ ຈັນທະວົງສາ; ເລືອກເອົາສະຫາຍ ຄຳເຈນ ວົງໂພສີ ເປັນເລຂາຄະນະພັກ, ສະຫາຍ ຄຳລາວັນ ຈັນທະລາວັນ ເປັນຮອງເລຂາຄະນະພັກ; ເລືອກເອົາ ສະຫາຍ ນາງ ທິບພະກອນ ຈັນທະວົງສາ ເປັນປະທານກວດກາພັກ, ສະຫາຍ ວິແກ້ວ ບຸບຜາວັນ ແລະ ສະຫາຍ ນາງ ດາລາພອນ ຄຳມູນເຮືອງ ເປັນຮອງປະທານກວດກາພັກ.

 

ພາບ ແລະ ຂ່າວ: ຫສນຍ