ອັດຕາເງິນເຟີ້ເດືອນທັນວາ ເພີ່ມຂຶ້ນ 5,3% ເປັນສະຕິຖິສູງສຸດຂອງປີ2021

172

ອັດຕາເງິນເຟີ້ເດືອນທັນວາປີ 2021 ເພີ່ມຂຶ້ນ ເຖິງ 5,3% ເຊິ່ງຖືໄດ້ວ່າສູງກວ່າທຸກເດືອນທີ່ຜ່ານມາ ເຊິ່ງບັນດາປັດໄຈທີ່ພາໃຫ້ອັດຕາເງິນເຟີ້ສູງຂຶ້ນ ແມ່ນມາຈາກການເໜັງຕີງຂອງໝວດຄົມມະນາຄົມ ແລະ ຂົນສົ່ງ ທີ່ເພີ່ມຂຶ້ນເຖິງ 12,7%.

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນທັນວາ 2021 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ສະພາບລວມຂອງອັດຕາເງິນເຟີ້ ປະຈຳເດືອນທັນວາ ປີ2021 (ທຽບປີຕໍ່ປີ) ເພີ່ມຂຶ້ນ 5,3% ເຊິ່ງວ່າເປັນການເພີ່ມຂຶ້ນສູງສຸດຂອງປີ 2021 ທັ້ງນີ້ກໍ່ຍ້ອນການເໜັງຕີງຂອງໝວດສິນຄ້າຄື:

– ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 12,7%,
– ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 8,3%,
– ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 8,2%,
– ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 7,9%,
– ໃນຂະນະດຽວກັນ ໝວດການສຶກສາ ພັດຫຼຸດລົງເລັກໜ້ອຍ ເປັນ 0,4%.

ສໍາລັບການປ່ຽນແປງອັດຕາເງິນເຟີ້ທຽບເດືອນຕໍ່ເດືອນ(ເດືອນທັນວາ ທຽບໃສ່ເດືອນພະຈິກ ປີ2021) ເພີ່ມຂຶ້ນ 0,2%, ຍ້ອນການເໜັງເພີ່ມຂຶ້ນຂອງໝວດສິນຄ້າຕົ້ນຕໍຄື:
– ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 1,8%,
– ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 1,6%,
– ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0,9%,
– ໝວດທີ່ພັກອາໄສ, ນ້ຳປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 0,7%,
– ໃນນີ້ໝວດສະບຽງອາຫານ ແລະເຄື່ອງດື່ມບໍ່ແມ່ນເຫຼົ້າ ຫຼຸດລົງ -1,6%.

ສ່ວນປັດໄຈ, ສາຍເຫດການເໜັງຕີງຂອງໝວດສິນຄ້າ ແລະ ບໍລິການໃນເດືອນທັນວາ ແມ່ນມາຈາກສະພາບຂອງລາຄານໍ້າມັນເຊື້ອໄຟ ຊຶ່ງເປັນປັດໄຈພື້ນຖານໃນການຊຸກຍູ້ ແລະ ຂັບເຄື່ອນການຜະລິດ ແລະ ບໍລິການ ຍັງສືບຕໍ່ເໜັງຕີງເພີ່ມຂຶ້ນ ແລະ ມີທ່າອ່ຽງລາຄາສູງ ຈາກປັດໄຈຂອງລາຄາໃນຕະຫຼາດໂລກສູງຂຶ້ນ, ລາຄາຄໍາຮູບປະພັນ ແມ່ນຍັງມີທ່າອ່ຽງເພີ່ມຂຶ້ນ ໃນຮອບຫຼາຍເດືອນທີ່ຜ່ານມາ ເນື່ອງລາຄາຄໍາໃນຕະຫຼາດໂລກເພີ່ມຂຶ້ນ, ອັດຕາແລກປ່ຽນຍັງເປັນສາເຫດທີ່ກະທົບໃສ່ອັດຕາເງິນເຟີ້ ໂດຍສະເພາະໝວດສິນຄ້ານໍາເຂົ້າ ເພີ່ມຂຶ້ນສູງເຖິງ 10%.