ກຳນົດມື້ໃໝ່! ຜູ້ຕິດເຊື້ອໂຄວິດຫຼັງຈາກນີ້ເມື່ອປິ່ນປົວຫາຍດີປະຕິບັດຕາມເລີຍ

236

ການລະບາດຂອງໂຄວິດ19 ຢູ່ລາວເຮົາປັດຈຸບັນນີ້ ຕົວເລກຍັງຈະຂຶ້ນໆລົງໆໃນແຕ່ລະວັນ ແຕ່ກໍ່ບໍ່ຄວນຖືເບົາເດີ ແລະບໍ່ຄວນຕື່ນຕົກໃຈຈົນເກີນໄປ, ສຳຄັນຖ້າຕິດເຊື້ອແລ້ວໃຫ້ຕັ້ງໃຈປິ່ນປົວເພື່ອໃຫ້ໄດ້ກັບຄືມາໃຊ້ຊີວິດປົກກະຕິໂດຍໄວ ມື້ນີ້ແອັດຈະພາມາເບິ່ງກຳນົດມື້ການອອກໄປໃຊ້ຊີວິດໃນສັງຄົມຫຼັງການປິ່ນປົວໂຄວິດມາຝາກກັນ.

ອີງຕາມສູນຂໍ້ມູນຂ່າວສານການແພດ ແລະສຸຂະສຶກສາໃຫ້ຮູ້ວ່າ: ສຳລັບຜູ້ຕິດເຊື້ອໂຄວິດ-19 ແຕ່ລະຄົນແມ່ນມີອາການບໍ່ຄືກັນ ແຕ່ເມື່ອຮັບຮູ້ວ່າຕົນເອງຕິດເຊື້ອຈາກການວິໄຈຂອງແພດໝໍແລ້ວ ໃຫ້ດຳເນີນການປິ່ນປົວສຸຂະພາບ ແລະຈະໄດ້ອອກມາໃຊ້ຊີວິດປົກກະຕິຕາມນີ້

ກໍລະນີບໍ່ມີອາການ:

  1. ໃຫ້ອອກໃນມື້ທີ 10 ນັບແຕ່ມື້ຮູ້ຜົນເປັນບວກ, ຕົວຢ່າງ: ຮູ້ຜົນບວກ ໃນວັນທີ 10/4/2021 ໃຫ້ອອກຈາກສະຖານທີ່ປິ່ນປົວ ໃນວັນທີ 20/4/2021.
  2. ບໍ່ຈໍາເປັນຕ້ອງກັກຕົວເອງ ຫລັງຈາກອອກໂຮງໝໍ ສາມາດໃຊ້ຊີວິດ ປົກກະຕິໃນສັງຄົມ ໂດຍນໍາໃຊ້ມາດຕະການປ້ອງກັນຕົນເອງຕາມວິຖີ ຊີວິດແບບໃໝ່.
  3. ຖ້າມີບັນຫາດ້ານສຸຂະພາບອື່ນ ຫລັງຈາກອອກໂຮງໝໍແມ່ນໃຫ້ໄປ ກວດຢູ່ສະຖານທີ່ປິ່ນປົວໃກ້ເຮືອນທ່ານ.

ກໍລະນີມີອາການ:

  1. ໃຫ້ອອກຈາກສະຖານທີ່ປິ່ນປົວຢ່າງໜ້ອຍ 13 ມື້ (10 ມື້ຫລັງເລີ່ມ ມີອາການ + 3 ມື້ ທີ່ບໍ່ມີອາການໄຂ້ ແລະ ບໍ່ມີໝວດອາການລະບົບຫາຍໃຈ)
  2. ບໍ່ຈໍາເປັນຕ້ອງກັກຕົວເອງຫລັງຈາກອອກໂຮງໝໍ ສາມາດໃຊ້ຊີວິດ ປົກກະຕິໃນສັງຄົມ ໂດຍນໍາໃຊ້ມາດຕະການປ້ອງກັນຕົນເອງຕາມວິຖີ ຊີວິດແບບໃໝ່.
  3. ຖ້າມີບັນຫາດ້ານສຸຂະພາບອື່ນ ຫລັງຈາກອອກໂຮງໝໍແມ່ນໃຫ້ໄປ ກວດຢູ່ສະຖານທີ່ປິ່ນປົວໃກ້ເຮືອນທ່ານ.