ລາວຈະຊຸກຍູ້ການຂົນສົ່ງຜ່ານທາງລົດໄຟ ໃຫ້ມີປະສິດທິພາບສູງສຸດ

118

ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມແກ້ໄຂສະພາບຫຍຸ້ງຍາກຂອງການສົ່ງອອກສິນຄ້າໄປ ສປ ຈີນ ຜ່ານດ່ານສາກົນບໍ່ເຕ່ນ-ບໍ່ຫານ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດຂຶ້ນໃນວັນທີ 26-27 ທັນວາ 2021 ຜ່ານມາ ເພື່ອຍົກລະດັບການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ໃຫ້ມີປະສິດຕິພາບສູງສຸດ ແນໃສ່ຫຼຸດຜ່ອນຄວາມກົດດັນໃນການຂົນສົ່ງທາງບົກ.

ໃນວັນທີ 18 ມັງກອນ 2022 ນີ້ ທ່ານ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ພ້ອມດ້ວຍຄະນະ ແລະ ພາກທຸລະກິດ ໄດ້ລົງໄປຢ້ຽມຢາມ, ຕິດຕາມ, ກວດກາ ແລະ ຊຸກຍູ້ ຄວາມພ້ອມໃນການບໍລິການຂົນສົ່ງສິນຄ້າຂອງສະຖານີລົດໄຟວຽງຈັນໃຕ້ ໂດຍສະເພາະລະບົບການຄຸ້ມຄອງບໍລິຫານສະຖານີ, ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ແລະ ໃນມື້ດຽວກັນຄະນະດັ່ງກ່າວ ຍັງໄດ້ລົງຢ້ຽມຢາມ, ຕິດຕາມ, ກວດກາ ແລະ ຊຸກຍູ້ ຄວາມພ້ອມໃນການບໍລິການແຈ້ງຜ່ານ ແລະ ການບໍລິການຂົນສົ່ງສິນຄ້າຂອງທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ.

ພ້ອມທັງໄດ້ເປີດກອງປະຊຸມປືກສາຫາລື ແລະ ຊອກວິທີທາງແກ້ບັນຫາ ແລະ ຂໍ້ຫຍຸ້ງຍາກ ໃນການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງສິນຄ້າ ຢູ່ສະຖານີລົດໄຟວຽງຈັນໃຕ້, ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ເຊິ່ງກອງປະຊຸມສະເໝີການແກ້ໄຂບັນຫາຕົ້ນຕໍ່ຄື:

1) ການກະກຽມຄວາມພ້ອມທາງດ້ານລະບຽບ ແລະ ບຸກຄະລາກອນໃນການກວດປ່ອຍສິນຄ້າ ນໍາເຂົ້າ-ສົ່ງອອກ, ຜ່ານແດນ ຢູ່ສະຖານີລົດໄຟວຽງຈັນໃຕ້, ທ່າບົກທ່ານາແລ້ງ,
2) ການປັບປຸງໂຄງລ່າງພື້ນຖານຂອງສະຖານີລົດໄຟ, ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຂັ້ນຕອນ, ເອກະສານ, ຄ່າທໍານຽມ, ການຈອງຕູ້ຄອນເທນເນີ້, ການເພີ່ມຈໍານວນຖ້ຽວ, ເພີ່ມຈໍານວນ ແລະ ຂະໜາດຂອງຕູ້ຄອນເທນເນີ້ ຜ່ານທາງລົດໄຟ
3) ການລະດົມກໍາລັງ ແລະ ຄວາມສາມາດໃນການຂົນສົ່ງ ເພື່ອຕອບສະໜອງລົດຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ໃຫ້ພຽງພໍ ແລະ ໄດ້ມາດຕະຖານ ຢູ່ສະຖານີລົດໄຟວຽງຈັນໃຕ້, ທ່າບົກທ່ານາແລ້ງ ແລະ ສາງພັກສິນຄ້າຕ່າງໆ ເປັນຕົ້ນແມ່ນ ຫົວລາກ, ຫາງລາກ, ຕູ້ຄອນເທນເນີ້ ແລະ ອື່ນໆ.

ກອງປະຊຸມໃນຄັ້ງນີ້ ຍັງເປັນການກະກຽມເນື້ອໃນກ່ຽວກັບ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ລາຍງານຕໍ່ກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 4 ຊຶ່ງຈະຈັດຂຶ້ນໃນວັນທີ 25 ມັງກອນ 2022 ທີ່ຈະມາເຖິງນີ້ອີກດ້ວຍ.

ຂ່າວ: ສັນຕິ, ພາບ: ສອນໄຊ