ນິມິດໃໝ່ຢູ່ອຸທຸມພອນ ຈະມີສູນສົ່ງເສີມການເກັບຊື້ ແລະສາງເກັບມ້ຽນຜົນຜະລິດກະສິກໍາ

163

ການຜະລິດກະສິກຳຢູ່ປະເທດເຮົາ ທຸກຄົນຮັບຮູ້ດີໃນທຸກແຂວງແມ່ນມີເງື່ອນໄຂ ແລະທ່າແຮງໃນການຜະລິດທີ່ແຕກຕ່າງກັນ ແຕ່ທີ່ຜ່ານມາການສົ່ງເສີມຍັງບໍທັນເປັນຈຸດສຸມ ບາງພື້ນທີ່ມີການຜະລິດ ແລະຊື້-ຂາຍຢ່າງເປັນຂະບວນແຕ່ຍັງບໍທັນມີຈຸດລວມສູນຂອງການເກັບຊື້ ສ່ວນໃຫຍ່ຈະແມ່ນນາຍທຶນໄປຮັບຊື້ຢູ່ຕາມບ້ານເຮືອນ ແຕ່ສຳລັບແຂວງສະຫວັນນນະເຂດກຳລັງຈະມີຈຸດຈອດລົດຂົນສົ່ງ, ສູນສົ່ງ ເສີມການເກັບຊື້ສິນຄ້າ ແລະສາງ ເກັບມ້ຽນຜົນຜະລິດດ້ານກະສິກໍາ.

ຕາມຂ່າວທ້ອງຖິ່ນລາຍງານວ່າ ຕົ້ນເດືອນມັງກອນຜ່ານມານີ້ ທີ່ພະແນກແຜນການ ແລະການລົງທຶນແຂວງສະຫວັນນະເຂດ ໄດ້ຈັດພິທີເຊັນສັນຍາວ່າ ດ້ວຍການສຳປະທານທີ່ດິນລັດ, ສິ່ງປຸກສ້າງ ແລະສິ່ງອໍານວຍຄວາມ ສະດວກ ເພື່ອດໍາເນີນກິດຈະການ ສ້າງຈຸດຈອດລົດຂົນສົ່ງ, ສູນສົ່ງ ເສີມການເກັບຊື້ສິນຄ້າ ແລະສາງ ເກັບມ້ຽນຜົນຜະລິດດ້ານກະສິກໍາຢູ່ເມືອງອຸທຸມພອນ, ແຂວງ ສະຫວັນນະເຂດ.

ການເຊັນສັນຍາຄັ້ງນີ້ຕາງໜ້າອຳນາດການປົກຄອງແຂວງໂດຍ ທ່ານ ລຳພັນ ພັນພົມຊະນະ ຮອງຫົວໜ້າພະແນກແຜນການ-ການລົງທຶນ ເຊັນຮ່ວມກັບເຊັນຮ່ວມກັບ ທ່ານ ພຶດສະພາ ພູມມະສັກ ປະທານ ບໍລິສັດເອເຊຍລົງ ທຶນພັດທະນາ ແລະກໍ່ສ້າງຈຳກັດ ຜູ້ດຽວ(AIDC), ມີທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ, ທ່ານ ສາຍ ສະໝອນ ພຸດທະໄກຍະລາດ ຮອງຫົວໜ້າ ພະແນກໂຍທາທິການ-ຂົນ ສົ່ງແຂວງ ແລະທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການປົກຄອງແຂວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງ ສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ AIDC ໄດ້ໃຫ້ຮູ້ວ່າ: ການສຳປະທານທີ່ດິນລັດຄັ້ງນີ້ແມ່ນເພື່ອປຸກສ້າງສິ່ງອຳນວຍຄວາມສະດວກໃນການຊື້-ຂາຍສິນຄ້າກະສິກຳ ໂດຍຈະດຳເນີນກິດຈະການ ສ້າງຈຸດຈອດລົດຂົນສົ່ງ, ສູນສົ່ງເສີມການເກັບຊື້ສິນຄ້າ ແລະ ສາງເກັບມ້ຽນຜົນຜະລິດດ້ານກະສິກຳໃນພື້ນທີ່ 12,41 ເຮັກຕາ ຢູ່ບ້ານນາທາດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.