ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ

203

ວັນທີ 18 ມັງກອນ 2022 ນີ້, ທີ່ ສະໜາມຫັດແອບ ວິທະຍາຄານກົມມະດໍາ, ໄດ້ມີພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 /1/1949-20 /1/ 2022)

ໂດຍການເຂົ້າຮ່ວມຂອງສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົນລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັກຖະມົນຕີ, ລັດຖະ​ມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກົມໃຫຍ່ເສນາທິການກອງທັບ, ການນຳພັກ-ລັດ, ຄະນະຊີ້ນຳບັ້ນຊ້ອມຮົບ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.


ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວປີນີ້ ໄດ້ມີການສະແດງ ປະສານເຫຼົ່າຮົບສອງຂັ້ນຝ່າຍດຽວ ຍິງລູກປືນແທ້ ອັນເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນ​ຊື່ນ ເຊິ່ງປະກອບມີຫຼາຍລາຍການສະແດງ, ຫຼາຍເນື້ອໃນທີ່ສຳຄັນ ຄື: ເຫຼົ່າຮົບຕີພິເສດ ເຮັດໜ້າທີ່ປິດລັບແຊມກາຍດັບສູນເປົ້າໝາຍ; ເຫຼົ່າຮົບສືບຂ່າວ ສົມທົບກັບທະຫານອາກາດ ຊີງຕົວປະກັນຢູ່ລົດບັດ.

ທະຫານອາກາດ ນຳໃຊ້ຍົນ Yak-130, ຍົນ MI-17 ດັບສູນເປົ້າໝາຍໜ້າດິນ, ເຫຼົ່າຮົບ ປ້ອງກັນອາກາດ ຍິງດັບສູນເປົ້າໝາຍເທິງອາກາດ, ເຫຼົ່າຮົບປືນໃຫຍ່ ປະຕິບັດຍິງກຽມ, ຍິງຍົກຍ້າຍ; ເຫຼົ່າຮົບຊ່າງແຊງ ສົ່ງໂບກຝ່າບິນ ແລະ ເປີດທາງໄຂ; ກອງພັນໃຫຍ່ 11 ສົມທົບກັບເຫຼົ່າຮົບ ລົດຕັງ ປະຕິບັດບຸກຕີສັດຕູ; ເຫຼົ່າຮົບເຄມີ ລົບລ້າງເຄມີໃຫ້ພາຫະນະສູ້ຮົບທີ່ຖືກທາດພິດ.


ພາຍຫຼັງການສະແດງ ປະສານເຫຼົ່າຮົບສອງຂັ້ນຝ່າຍດຽວ ຍິງລູກປືນແທ້ ສໍາເລັດ ສະຫາຍ ພັນຄໍາ ວິພາວັນ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ຂອງຄະນະຊີ້ນໍາຊ້ອມຮົບ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ບັນດາກົມກອງທີ່ເຂົ້າຮ່ວມການຊ້ອມຮົບ-ເຝິກແອບຜ່ານຜ່າຄວາມຫຍຸ້ງຍາກ, ມີຄວາມສໍານິຊໍານານ, ຄ່ອງແຄ້ວ ໃນການປະສານບັນຊາ ຍິງລູກປືນແທ້, ເຮັດໃຫ້ການຊ້ອມຮົບໃນຄັ້ງນີ້ ສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໄດ້ຄວາມປອດໄພ 100%, ຂໍສະແດງຄວາມຍ້ອງຍໍສັນລະເສີນມາຍັງບັນດາສະຫາຍ ນາຍ ແລະ ພົນທະຫານ ທີ່ໄດ້ ພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ.

ທີ່ມາ:Lao National Radio