ເຂດພັດທະນາກວມລວມໄຊເຊດຖາ ໄດ້ຮັບໄຟເຍືອງທາງໃຊ້ພະລັງງານແສງຕາເວັນ 40 ຊຸດ ຈາກສະມາຄົມພະລັງງານສີຂຽວແຂວງຢຸນນານ, ພະແນກການຄ້າແຂວງຢຸນນານ

144

ວັນທີ 29 ພະຈິກ 2021 ອົງການປົກຄອງແຂວງຢຸນນານ ສປຈີນ ໄດ້ມອບໄຟເຍືອງທາງໃຊ້ແສງຕາເວັນໃຫ້ແກ່ ສປປ ລາວ ຈຳນວນ 40 ຊຸດ, ປັດຈຸບັນເສົາເຍືອງທາງດັ່ງກ່າວແມ່ນໄດ້ຕິດຕັ້ງສຳເລັດຢູ່ໃນເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນແລ້ວ. ນີ້ກໍແມ່ນໜຶ່ງໃນໂຄງການຊ່ວຍເຫຼືອຕ່າງປະເທດ ປະຈຳສົກປີ 2021 ຂອງພະແນກການຄ້າແຂວງຢູນນານ, ກໍຄືພາກສ່ວນທີ່ສຳຄັນຂອງໂຄງການແສງສະຫວ່າງຈາກພະລັງງານສີຂຽວ ເຂົ້າສູ່ປະເທດລາວ.


ເຖິງແມ່ນວ່າໄດ້ພົບຄວາມຫຍຸ້ງຍາກຫຼາຍໆຢ່າງຈາກ ການແຜ່ລະບາດພະຍາດໂຄວິດ -19 ກໍຕາມ, ແຕ່ຜູ້ປະຕິບັດໂຄງການກໍຄືສະມາຄົມພະລັງງານສີຂຽວແຂວງຢຸນນານໄດ້ປະສານງານກັບຫຼາຍພາກສ່ວນ,ແກ້ໄຂບັນຫາດັ່ງກ່າວ ຈົນເຮັດໃຫ້ສາມາດຂົນສົ່ງຈາກນະຄອນກວາງໂຈ່ວ ແລະ ໃຊ້ເວລາເຄິ່ງເດືອນກວ່າ ໂດຍຜ່ານທາງບົກຂອງປະເທດຫວຽດນາມ ແລະ ນຳສົ່ງໄຟເຍືອງທາງໃຊ້ພະລັງງານແສງຕາເວັນເຂົ້າເຂດພັດທະນາກວມລວມໄຊເຊດຖາຕາມແຜນການໃຫ້ໄດ້ຕາມເປົ້າໝາຍຢ່າງເຕັ່ມທີ່.


ເຂດພັດທະນາກວມລວມໄຊເຊດຖາແມ່ນຕັ້ງຢູ່ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 1.150 ເຮັກຕາ, ເປັນເຂດເສດຖະກິດພິເສດຂອງ ສ ປ ປ ລາວ ແລະ ເປັນເຂດຮ່ວມມືເສດຖະກິດການຄ້າໃນຕ່າງປະເທດຂອງ ສ ປ ຈີນ ໂດຍການຮ່ວມທຶນລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ ກັບ ບໍລິສັດລົງທຶນຕ່າງປະເທດ ແຂວງຢຸນນານ ເຊິ່ງເປັນບໍລິສັດລູກຂອງກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢຸນນານ, ມາຮອດປັດຈຸບັນ ເຂດພັດທະນາໄດ້ລົງທຶນທັງໝົດເປັນຈຳນວນເງິນ 1,3 ຕື້ໂດລາ ແລະ ໄດ້ດຶງດູດວິສາຫະກິດເຂົ້າມາລົງທຶນພາຍໃນເຂດເປັນຈຳນວນ 105 ແຫ່ງ.


ເຂດພັດທະນາເປັນໜຶ່ງໃນ 10 ໂຄງການສາທິດຕົວແບບການປ່ອຍອາຍກາກບອນຕໍ່າ ຂອງສປ ຈີນ ຢູ່ຕ່າງປະເທດ, ແມ່ນໂຄງການສຳຄັນເພື່ອຮັບມືກັບສະພາບປ່ຽນແປງຂອງດິນຟ້າອາກາດໃນກົນໄກການຮ່ວມມື ໃຕ້-ໃຕ້ ລະຫວ່າງ ປະເທດລາວ ກັບ ປະເທດຈີນ, ກໍຄືໝາກຜົນສຳຄັນອັນໜຶ່ງທີ່ ລາວ-ຈີນ ໄດ້ພ້ອມກັນຊຸກຍູ້ພັດທະນາເສດຖະກິດຂອງໂຄງການສາທິດຕົວແບບການປ່ອຍອາຍກາກບອນຕໍ່າ.