ກອງປະຊຸມ ລະດົມຄໍາຄິດເຫັນ ທົ່ວປະເທດ ຕໍ່ຮ່າງກົດໝາຍວ່າດ້ວຍການສົ່ງເສີມ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສະບັບປັບປຸງ))

168

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ(ກສວ), ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດກອງປະຊຸມລະດົມຄຳຄິດເຫັນທົ່ວປະເທດ ຕໍ່ຮ່າງກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ(ຈວນກ) (ສະບັບປັບປຸງ) ຂຶ້ນໃນວັນທີ 17 ມັງກອນ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຄ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກຄະນະປັບປຸງກົດໝາຍຂັ້ນສູນກາງ, ພະແນກ ອຄ ແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຜ່ານລະບົບທາງໄກ ມີຫຼາຍກວ່າ 400 ທ່ານເຂົ້າຮ່ວມ.


ທ່ານ ບຸນເຖິງ ດວງສະຫວັນ ໄດ້ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 11/ສພຊ, ລົງວັນທີ 21 ທັນວາ 2011 ຕະຫຼອດໄລຍະ 10 ປີ ຜ່ານມາ, ກົດໝາຍສະບັບດັ່ງກ່າວ ໄດ້ຖືກນຳໃຊ້ເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງໄດ້ຮັບຜົນດີພໍສົມຄວນ. ເຖິງແນວໃດກໍ່ຕາມ, ເພື່ອຕອບສະໜອງ ໃຫ້ແກ່ການສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນໄລຍະໃໝ່ ຈິ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍບັບດັ່ງກ່າວໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາວຽກງານດັ່ງກ່າວພ້ອມທັງຕອບສະໜອງກັບບັນດາທິດຊີ້ນຳຂອງພັກ ແລະ ລັດຖະບານ ໂດຍສະເພາະແມ່ນການຜັນຂະຫຍາຍຕໍ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ຄັ້ງທີ IX ຂອງລັດ ເຊິ່ງກຳນົດໃນແຜນວຽກຈຸດສຸມທີ 4, ເປົ້າໝາຍທີ 1 ວ່າດ້ວຍເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ແລະ ການການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນ.


ທ່ານກ່າວຕື່ມວ່າ: ກອງປະຊຸມລະດົມຄຳຄິດເຫັນເປີດກວ້າງທົ່ວປະເທດໃນຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ພາຍຫຼັງກອງປະຊຸມໃນຄັ້ງນີ້, ກສວ ຈະໄດ້ສືບຕໍ່ຈັດກອງປະຊຸມເປີດກວ້າງຂັ້ນສູນກາງ ເພື່ອລະດົມຄຳຄິດເຫັນຕໍ່ຮ່າງກົດໝາຍສະບັບປັບປຸງດັ່ງກ່າວ ເປັນຄັ້ງສຸດທ້າຍ ກ່ອນຈະນຳສະເໜີເນື້ອໃນກົດໝາຍໃຫ້ແກ່ລັດຖະບານເພື່ອພິຈາລະນາ ແລະ ຄາດວ່າຈະສາມາດສະເໜີນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະຈັດຂຶ້ນໃນກາງປີເດືອນມິຖຸນາ 2022 ນີ້.


ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ SME ໄດ້ນຳສະເໜີເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການສົ່ງເສີມ ຈວນກ (ສະບັບປັບປຸງ) ບາງຕອນໃຫ້ຮູ້ວ່າ: ໂຄງຮ່າງກົດໝາຍ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນມີທັງໝົດ 11 ພາກ, 5 ໝວດ ແລະ 75 ມາດຕາ, ໃນນັ້ນ: ປັບປຸງງໃໝ່ ມີ 45 ມາດຕາ, ສ້າງໃໝ່ 24 ມາດຕາ ແລະ ມາດຕາເດີມ 4 ມາດຕາ.