ມອບ-ຮັບເຮືອນຮົ່ມ ໃຫ້ກຸ່ມຜະລິດກະສິກຳ 3 ແຂວງພາກກາງ ແລະ ໃຕ້

189

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ(ກສວ) ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ມອບເຮືອນຮົ່ມ ໃຫ້ຜູ້ປະກອບ ການ 3 ແຂວງ ພາກກາງ ແລະ ໃຕ້ເພື່ອຍົກລະດັບສະມັດຕະພາບການຜະລິດກະສິກໍາໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນໄດ້.

ກຸ່ມຜະລິດກະສິກຳຂະໜາດນ້ອຍ ແລະ ກາງທີ່ໄດ້ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໄດ້ແກ່ ແຂວງເຊກອງ, ສາລະວັນ ແລະ ແຂວງບໍລິຄຳໄຊ ໄດ້ຮັບການຊ່ວຍເຫຼືອລ້າຈາກອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization ຫຼື APO) ທີ່ຈັດສັນໃຫ້ແຕ່ລະປະເທດສະມາຊິກຈາກງົບປະມານພິເສດເພື່ອຊ່ວຍຮັບມືຜົນກະທົບຈາກໂຄວິດ-19.


ສະເພາະ ສປປ ລາວ ໄດ້ຮັບການສະໜັບສະໜູນການຈັດຊື້ເຮືອນຮົ່ມມີມູນຄ່າທັງໝົດແມ່ນ 90 ພັນໂດລາສະຫະລັດ ຫຼື ປະມານ 900 ກວ່າລ້ານກີບ ໂດຍໄດ້ຄັດເລືອກເອົາກຸ່ມຜູ້ຜະລິດກະສິກຳຂະໜາດນ້ອຍ ແລະ ກາງ(ກຸ່ມປູກຜັກເປັນສິນຄ້າ) ຈຳນວນ 6 ກຸ່ມຢູ່ໃນ 6 ແຂວງປະກອບດ້ວຍ ອຸດົມໄຊ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ສາລະວັນ ແລະ ເຊກອງ.

ຈຸດປະສົງຕົ້ນຕໍ່ຂອງການຊ່ວຍເຫຼືອເພື່ອຫຼຸດຜ່ອນຜົນກະທົບຈາກການແຜ່ລະຍາດຂອງພະຍາດໂຄວິດ-19 ຢູ່ໃນບັນດາແຂວງ ໂດຍສະເພາະແມ່ນເພື່ອຊ່ວຍເຫຼືອຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຊາວກະສິກອນ ໃນການປັບປຸງຜະລິດຕະພາບ ແລະ ຄຸນນະພາບຂອງສິນຄ້າກະສິກຳໃຫ້ໄດ້ມາດຕະຖານ, ກາຍເປັນຕົວແບບການຜະລິດທີ່ສະອາດ ແລະ ປອດໄພ ຊຶ່ງໂຄງການດັ່ງກ່າວນີ້ ກສວ ໃນນາມເປັນອົງການຜະລິດຕະພາບແຫ່ງຊາດ ເປັນຜູ້ຈັດຕັ້ງປະຕິບັດໂຄງການ ໂດຍໄດ້ມອບໃຫ້ ບໍລິສັດ ເມືອງລາວສະໜອງສະບຽງອາຫານ ມາເປັນຜູ້ຕິດຕັ້ງເພາະເຫັນວ່າ ບໍລິສັດນີ້ມີປະສົບປະການ ແລະ ມີຊື່ສຽງໃນການຜະລິດກະສິກໍາໃນເຮືອນຮົ່ມ.


ໃນລະຫວ່າງວັນທີ 9-13 ມັງກອນ 2022 ນີ້ ໄດ້ມີພິທີມອບ-ຮັບ ເຮືອນຮົ່ມໃຫ້ກຸ່ມຜະລິດກະສິກຳ ໃນແຕ່ລະແຂວງຕາງໜ້າໃຫ້ ກສວ ເຊັນມອບໂດຍ ທ່ານ ສາ ສິລິພົງຮອງຫົວໜ້າກົມ ກສວ ທັງເປັນຜູ້ຕາງໜ້າໃຫ້ອົງການຜະລິດຕະພາບແຫ່ງອາຊີ, ສໍາລັບແຂວງເຊກອງ ເຊັນຮັບໂດຍ ທ່ານ ດາວວີ ສວຍທະລັງສີ, ຫົວໜ້າພະແນກ ອຄ ແຂວງ ພ້ອມດ້ວຍຕາງໜ້າກຸ່ມຜູ້ຜະລິດກະສິກຳບ້ານຫຼັກຂາວ;ແຂວງສາລະວັນ ຕາງໜ້າໂດຍ ທ່ານ ຄຳຜ່ານ ສີລາວີ, ຫົວໜ້າ ພະແນກ ອຄ ແຂວງ ແລະ ຕາງໜ້າກຸ່ມຜູ້ຜະລິດກະສິກຳບ້ານນາຂ້ອຍສາວ ເປັນຜູ້ຮັບ, ສ່ວນແຂວງ ບໍລິຄຳໄຊ ຕາງໜ້າໂດຍ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກ ອຄ ແລະ ຕາງໜ້າກຸ່ມຜະລິດ ເປັນຜູ້ຮັບ.

ໃນພິທີມອບຮັບເຮືອນຮົ່ມດັ່ງກ່າວໄດ້ຮັບກຽດເປັນສັກຂີພິຍານໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຄ; ນອກຈາກນີ້ກໍ່ຍັງມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກທີ່ຖຶກເຊີນເຂົ້າຮ່ວມເປັນສັກຂີພະຍານ.
ສ່ວນ 3 ແຂວງທີ່ຍັງເຫຼືອແມ່ນຈະໄດ້ສືບຕໍ່ຈັດພິທີມອບ-ຮັບໃນຄັ້ງຕໍ່ໄປ.