ກຽມເປີດສູດວັກຊີນຊະນິດໃໝ່ ມີປະສິດທິພາບ 90% ລາຄາບໍ່ແພງ

18 Jan 2022

ຄລິກແຊຣ໌ 0 Facebook WhatsApp

ເວັບໄຊເດີກາດຽນລາຍງານວ່າ ນັກວິທະຍາສາດໃນລັດເທັກຊັສ ສະຫະລັດອາເມຣິກາເຜີຍສູດການຜະລິດວັກຊີນປ້ອງກັນໂຄວິດ-19 ຊະນິດໃໝ່ ສາມາດປ້ອງກັນໂຄວິດສາຍພັນດັ້ງເດີມໄດ້ເຖິງ 90%, ສາຍພັນເດວຕ້າສາມາດປ້ອງກັນໄດ້ 80% ທີ່ສຳຄັນສາມາດເກັບຮັກສາໄວ້ໃນຕູ້ເຢັນໄດ້, ນອກຈາກນີ້ ມີຕົ້ນທຶນການຜະລິດພຽງແຕ່ 1,5 ໂດລາສະຫະລັດຕໍ່ໂດສເທົ່ານັ້ນ, ພ້ອມແຈກສູດໃຫ້ໂດຍບໍ່ເສຍຄ່າຫາກບໍລິສັດໃດສົນໃຈຜະລິດ ຫວັງໃຫ້ວັກຊີນເຂົ້າເຖິງທຸກຄົນໃນໂລກ.

ວັກຊີນດັ່ງກ່າວຖືກພັດທະນາຂຶ້ນໂດຍນັກວິທະຍາສາດຈາກສູນພັດທະນາວັກຊີນ ໂຮງໝໍເດັກ ລັດເທັກຊັສ ໂດຍມີຊື່ວ່າ “Corbevax” ຫຼື ເອີ້ນອີກຊື່ໜຶ່ງວ່າ ວັກຊີນໂຄວິດ-19 ຂອງໂລກ.

ທ່ານ ນາງ ມາເຣຍ ບອສຕາຊຊີ ນັກວິໄຈທີ່ຮ່ວມພັດທະນາວັກຊີນດັ່ງກ່າວ ເປີດເຜີຍວ່າ: Corbevax ແຕກຕ່າງຈາກວັກຊີນປ້ອງກັນໂຄວິດ-19 ຊະນິດອື່ນໆທີ່ພັດທະນາຂຶ້ນກ່ອນໜ້ານີ້ຢູ່ບ່ອນທີ່ວ່າ ບໍ່ມີການຈົດທະບຽນສິດທິບັດຂອງວັກຊີນຊະນິດນີ້ ແລະ ໃຜກໍຕາມຫາກມີ ຄວາມສາມາດໃນການຜະລິດ ສາມາດນຳໄປຜະລິດ ແລະ ແຈກຢາຍໄດ້ທັນທີ.

ທັງນີ້ ວັກຊີນ ໂຄບີແວັກ ນຳໃຊ້ເຕັກໂນໂລຊີແບບດຽວກັນກັບວັກຊີນປ້ອງກັນໄວຣັສຕັບບີ ນັ້ນກໍຄື ນຳໃຊ້ໂປຣຕິນໜາມທີ່ລ້ຽງໃນເຊວຂອງຢີສຕ໌ ນຳມາຜະລິດວັກຊີນ ແລະ ວິທີການດັ່ງກ່າວ ສາມາດຜະລິດດ້ວຍຕົ້ນທຶນຕ່ຳ ເຮັດໃຫ້ວັກຊີນມີຕົ້ນທຶນການຜະລິດຢູ່ທີ່ປະມານ 1,5 ໂດລາສະຫະລັດຕໍ່ໂດສ ເມື່ອທຽບກັບວັກຊີນ mRNA ຂອງບໍລິສັດຟາຍເຊີ ແລະ ໂມເດີນາ ນັບວ່າຖືກກວ່າຫຼາຍເທົ່າ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ