ຜົນສຳຫຼວດຊີ້ ຄ່າຕອບແທນບໍ່ໄດ້ເປັນປັດໄຈສຳຄັນສະເໝີໄປ ສຳລັບແຮງງານ

99

ສຳນັກງານສະຖິຕິຂອງສະຫະລັດອາເມຣິກາເປີດເຜີຍວ່າ ໃນເດືອນພະຈິກ 2021 ຜ່ານມາ ມີແຮງງານລາອອກຈາກວຽກ 4,5 ລ້ານຄົນ, ໃນນັ້ນແຮງງານພາກບໍລິການກວມເອົາ 6,1%, ຂະນະທີ່ແຮງງານພາກອຸດສາຫະກຳ, ຂົນສົ່ງ ແລະ ບໍລິການສັງຄົມ ລ້ວນແຕ່ມີແຮງງານລາອອກເພີ່ມຂຶ້ນ.

ໃນຂະນະທີ່ຜົນສຳຫຼວດແຮງງານໃນອັງກິດລະບຸວ່າ ມີແຮງງານຫຼາຍເຖິງ 69% ຕ້ອງການລາອອກຈາກວຽກໃນອີກ ບໍ່ພໍເທົ່າໃດເດືອນຂ້າງໜ້ານີ້, ໃນນີ້ 24% ລະບຸວ່າ ວາງແຜນປ່ຽນວຽກພາຍໃນ 3-6 ເດືອນ ເຊິ່ງປົກກະຕິແລ້ວໃນແຕ່ລະປີແຮງງານໃນອັງກິດຈະປ່ຽນວຽກສູງສຸດບໍ່ເກີນ 11%.

ສ່ວນສາເຫດທີ່ປ່ຽນວຽກເນື່ອງຈາກວ່າ ຕະຫຼາດແຮງງານມີຕຳແໜ່ງງານເພີ່ມຂຶ້ນ ບວກກັບພະນັກງານພາກບໍລິການທີ່ຕ້ອງເຮັດວຽກພາຍໃຕ້ຂໍ້ຈຳກັດ ແລະ ສິ່ງທ້າທາຍຈາກໂຄວິດ-19.

ເມື່ອບໍ່ດົນມານີ້ Bain & Co. ບໍລິສັດດ້ານການຈັດການລະດັບໂລກ ໄດ້ສຳຫຼວດແຮງງານຈາກ 10 ປະເທດ ໂດຍມີແຮງງານເປັນກຸ່ມຕົວຢ່າງ 20.000 ຄົນ, ຜົນສຳຫຼວດພົບວ່າ ແຮງງານແຕ່ລະປະເທດມີຄວາມຕ້ອງການ ການເຮັດວຽກທີ່ແຕກຕ່າງກັນ ໂດຍລູກຈ້າງໃນຝຣັ່ງໃຫ້ຄວາມສຳຄັນກັບການເລືອກວຽກທີ່ ສ້າງແຮງບັນດານໃຈຫຼາຍກວ່າເງິນເດືອນ. ຂະນະທີ່ແຮງງານໃນເຢຍລະມັນໃຫ້ ຄວາມສົນໃຈ ຄວາມໝັ້ນຄົງ ມາເປັນອັນດັບ 3 ຮອງຈາກເງິນເດືອນ ແລະ ວຽກທີ່ຕົນເອງມັກ.

ຜົນສຳຫຼວດພົບວ່າ: ລູກຈ້າງໃນສະຫະລັດ, ເຢຍລະມັນ, ຍີ່ປຸ່ນ, ອິຕາລີ, ຈີນ, ອິນໂດເນເຊຍ, ນີເຊເຣຍ ແລະ ບຣາຊິນ ໃຫ້ຄວາມສຳຄັນເລື່ອງຄ່າຕອບແທນມາເປັນອັນດັບໜຶ່ງ, ກົງກັນຂ້າມລູກຈ້າງຊາວຝຣັ່ງໃຫ້ຄວາມສຳຄັນຕໍ່ການສ້າງແຮງບັນດານໃຈໃນວຽກທີ່ຕົນເອງມັກຫຼາຍກວ່າເງິນເດືອນ, ຂະນະທີ່ລູກຈ້າງຊາວອິນເດຍໃຫ້ຄວາມສຳຄັນເລື່ອງຄວາມໝັ້ນຄົງຂອງອາຊີບຫຼາຍກວ່າຄ່າຕອບແທນ.

ທັງນີ້ ຄ່າຕອບແທນ ແລະ ຄວາມໝັ້ນຄົງຈະມາເປັນອັນດັບທຳອິດ ທີ່ແຮງງານສ່ວນໃຫຍ່ທົ່ວໂລກຕ້ອງການ ແຕ່ອີກສິ່ງໜຶ່ງທີ່ແຮງງານທົ່ວໂລກກຳລັງໃຫ້ຄວາມສົນໃຈກໍຄືວຽກທີ່ມີ ຄວາມເປັນອິດສະຫຼະ ແລະ ການຊ່ວຍເຫຼືອສັງຄົມ.