ໂຣນັລໂດ ຄວ້າລາງວັນພິເສດຂອງ ຟີຟາ, ສ່ວນນັກເຕະດີເດັ່ນເປັນຂອງ ເລວານດອຟສະກີ

136

ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ ແລະ ທີມຊາດປ໊ອກຕຸຍການ ໄດ້ຮັບລາງວັນພິເສດຈາກ ຟີຟາ ໃນຖານະນັກເຕະຊາຍທີ່ສ້າງປະຫວັດສາດໃນການຍິງປະຕູໃຫ້ກັບທີມຊາດໄດ້ຫຼາຍທີ່ສຸດໃນໂລກຄົນໃໝ່ ຕາມການປະກາດລາງວັນດີເດັ່ນສາຂາຕ່າງຂອງ ຟີຟາ ປະຈໍາປີ 2021 ເມື່ອວັນທີ 17 ມັງກອນ 2022.

ໂຣນັລໂດ ທໍາລາຍສະຖິຕິການຍິງປະຕູສູງສຸດ 109 ຂອງ ອາລີ ດາອີ ຕໍານານກອງໜ້າທີມຊາດອີຣານ ທີ່ຄອງມາຫຼາຍປີໄດ້ສໍາເລັດ ຫຼັງຈາກທີ່ ໂຣນັລໂດ ຍິງປະຕູພາ ປ໊ອກຕຸຍການ ເອົາຊະນະ ສາທາລະນະລັດໄອແລນ 2-1 ເມື່ອຕົ້ນເດືອນກັນຍາ 2021 ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ແລະ ຈົນເຖິງປັດຈຸບັນຍິງໄປແລ້ວ 115 ໃຫ້ກັບ ທີມຊາດປ໊ອກຕຸຍການ 184 ນັດ ເປັນສະຖິຕິທີ່ຍິງປະຕູສູງສຸດໃຫ້ກັບທີມຊາດ ໃນປັດຈຸບັນ.

ຂະນະທີ່ ລາງວັນນັກເຕະຊາຍດີເດັ່ນ ເຊິ່ງເປັນລາງວັນໃຫຍ່ຂອງຟີຟາຕົກເປັນຂອງ ໂຣເບິດ ເລວານດອຟສະກີ ຄວ້າລາງວັນນັກເຕະ ຫຼື ເດິ ເບສ ຟີຟາ ເພລເຢີ ໄດ້ຮັບຄະແນນໂຫວດຫຼາຍກວ່າ ລິໂອເນລ ເມສຊີ ແລະ ໂມຮາເໝັດ ຊາລາ.

ສ່ວນລາງວັນອື່ນໆປະກອບມີ:
-ນັກເຕະຍິງດີເດັ່ນ: ອະເລັກເຊຍ ປູເຕຢາສ ຈາກບາເຊໂລນາ ແລະ ແອັດສະປາຍ
-ຜູ້ຮັກສາປະຕູດີເດັ່ນ: ເອດູອາ ເມນດີ ຈາກເຊລຊີ ແລະ ເຊເນກັລ
-ຜູ້ຮັກສາປະຕູຍິງດີເດັ່ນ: ຄຣິສຕຽນ ເອນເລ ຈາກປາຣີສ ແຊງແຊກແມງ ແລະ ຊິລີ
-ຜູ້ຈັດການທີມຊາຍດີເດັ່ນ: ໂທມັສ ທູເຄິລ ຈາກເຊລຊີິ ແລະ ເຢຍລະມັນ

-ຜູ້ຈັດການທີມຍິງດີເດັ່ນ: ເອັມມາ ແຮ ຈາກເຊລຊີ ແລະ ອັງກິດ
-ປຸກັສ ອະວອດ ( ປະຕູດີເດັ່ນ ), ເອຣິກ ລາເມລາ ຈາກ ທ໊ອດແນມ ຮ໊ອດສະເປີ ກັບ ເຊບີຢາ ແລະ ອາກຊັງຕິນ ຍັງໄດ້ໃນນັດທີ່ ສະເປີ ພົບກັບ ອາເຊນອລ ເມື່ອວັນທີ 14 ມີນາ 2021.
-ແຟເພ: ທີມຊາດດານມາກ ລວມເຖິງທີມແພດ
-ແຟນບານດີເດັ່ນ: ແຟນບານທີມຊາດ ດານມາກ ແລະ ແຟງລັງ