ໜ້າຄິດ! ກາເຟໜຶ່ງສິນຄ້າສົ່ງອອກແຕ່ປີນີ້ເນື້ອທີ່ປູກຫຼຸດລົງ ຄາດການສົ່ງອອກຈະເຫລືອພຽງ 20 ພັນໂຕນ

121

ກາເຟເປັນສິນຄ້າສົ່ງອອກຂອງລາວທີ່ມີທ່າແຮງ ປະຊາຊົນມີມູນເຊື້ອ ແລະມີະຫຼາດຮອງຮັບຢູ່ຫຼາຍປະເທດ ແຕ່ປີນີ້ກັບໄດ້ຍິນຂ່າວວ່າ ຊາວສວນຈຳນວນໜຶ່ງຫັນໄປປູກພືດແນວອື່ນແລ້ວ ແລະຍອດສົ່ງອອກຄາດຈະຫຼຸດລົງ ນີ້ບໍເປັນຂ່າວດີເທົ່າໃດໜັກ.

ທ່ານ ສີສະໜຸກ ສີສົມບັດ ປະທານທີ່ປຶກສາສະມາຄົມກາເຟລາວ ໄດ້ໃຫ້ຮູ້ວ່າ: ໃນປີ 2021 ທີ່ຜ່ານມາ ການສົ່ງອອກກາເຟລາວ ແມ່ນ 30 ພັນໂຕນ ແຕ່ໃນປີ 2022 ປະລິມານການສົ່ງອອກກາເຟລາວ ຈະຫລຸດລົງເຫລືອ 20 ພັນໂຕນ ເນື່ອງຈາກຕະຫລາດກາເຟໃນໂລກ ມີການປ່ຽນແປງຫລາຍ, ຜົນຜະລິດຂອງກາເຟລາວກໍ່ຫລຸດລົງ, ເນື້ອທີ່ປູກກາເຟກໍ່ໜ້ອຍລົງ ເຊິ່ງຜູ້ປູກກາເຟເອງຈຳນວນໜຶ່ງໄດ້ຫັນໄປປູກພືດຊະນິດອື່ນແທນເຊັ່ນ: ມັນຕົ້ນ ແລະ ຢາງພາລາ ເຮັດໃຫ້ການຜະລິດການເຟໃນ ສປປ ລາວ ຫລຸດລົງ.

ທ່ານ ສີສະໜຸກ ສີສົມບັດ ກ່າວຕື່ມວ່າ: ການປູກກາເຟລາວໃນປັດຈຸບັນ ແມ່ນຫລຸດລົງ ແຕ່ຄວາມຕ້ອງການກາເຟໃນສັງຄົມຍັງເພີ່ມຂຶ້ນ ຕໍ່ກັບບັນຫາດັ່ງກ່າວ, ທາງສະມາຄົມກາເຟລາວກໍ່ບໍ່ໄດ້ນີ້ງນອນໃຈ ໂດຍໄດ້ມີການຈັດບຸນມະໂຫລານກາເຟຂຶ້ນ ຢູ່ນະຄອນປາກເຊ ແຂວງຈຳປາສັກ, ເຊິ່ງເປັນເຂດຜະລິດກາເຟຂອງປະເທດ ເພື່ອໂຄສະນາໃຫ້ສັງຄົມໄດ້ຮັບຮູ້ເຖິງຄຸນນະພາບຂອງກາເຟລາວ ແລະ ທັງເປັນການສົ່ງເສີມຜູ້ປູກກາເຟໃຫ້ຫລາຍຂຶ້ນ.

ໃນງານດັ່ງກ່າວຍັງໄດ້ເຊື້ອເຊີນແຂກຕ່າງປະເທດທັງພາຍໃນພາກພື້ນ ແລະ ສາກົນເຂົ້າຮ່ວມ, ພ້ອມນີ້ຍັງໄດ້ຈັດບຸນມະໂຫລານກາເຟ ຄັ້ງທີ 2 ຢູ່ ນະຄອນຫລວງວຽງຈັນ, ເຊິ່ງເປັນເຂດຊົມໃຊ້ກາເຟ ແລະ ຄັ້ງທີ 3 ກໍໄດ້ຈັດຢູ່ນະຄອນປາກເຊ ແຕ່ເນື່ອງຈາກພົບກັບສະພາບຄວາມຫຍຸ້ງຍາກໃນການລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ໄດ້ຮັບຜົນດີເທົ່າທີ່ຄວນ ແລະ ໃນ 10 ປີທີ່ຜ່ານມາ ລາຄາກາເຟແມ່ນຕົກຕ່ຳຫລາຍ ຈຶ່ງເຮັດໃຫ້ຊາວສວນຜູ້ປູກກາເຟ ຫັນໄປປູກພືດຊະນິດອື່ນ ທີ່ໃຊ້ເວລາສັ້ນໃນການເກັບຜົນຜະລິດ.

ການຜະລິດກາເຟໃຫ້ກາຍເປັນສິນຄ້າ ແມ່ນຕິດພັນກັບ 4 ອາຊີບຕົ້ນຕໍ ເຊັ່ນ: ອາຊີບທີ 1 ແມ່ນຊາວສວນຜູ້ປູກກາເຟ, ອາຊີບທີ 2 ແມ່ນຜູ້ຮັບຊື້ກາເຟຈາກຊາວສວນເຂົ້າໂຮງງານ ໂດຍມີການປັບຄຸນນະພາບ ເພື່ອສົ່ງອອກເປັນສິນຄ້າ ຫລື ຂາຍພາຍໃນປະເທດ, ອາ ຊີບທີ 3 ຜູ້ຜະລິດປຸງແຕ່ງກາເຟ ໂດຍຜ່ານການຂົ້ວກາເຟ ເພື່ອໃຫ້ກາຍເປັນອຸດສາຫະກໍາ ແລະ ອາຊີບທີ 4 ແມ່ນຜູ້ຂາຍກາເຟໃນຮ້ານຕ່າງໆ.