ບົດຟ້ອນມວຍລາຍລາວ “ນາລີແພງເນື້ອ” ສ້າງຄວາມພາກພູມໃຈໃຫ້ກັບລາວ ຄວ້າອັນດັບ 2 ຂອງໂລກ

266

ພິທີມອບໃບຢັ້ງຢືນໃຫ້ກັບນັກກີລາມວຍລາຍລາວ ທີ່ເຂົ້າຮ່ວມການແຂ່ງຂັນສະແດງສີລະປະການປ້ອງກັນຕົວໂລກລາຍການ Online World Martial Arts 2021 ຈັດຂຶ້ນທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຂອງຕອນເຊົ້າມື້ນີ້ວັນທີ 17 ມັງກອນ 2022 ໂດຍພິທີດັ່ງກ່າວ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ ທັງເປັນປະທານມວຍໂລກ ໃຫ້ກຽດມອບໃບຢັ້ງຢືນໃຫ້ນັກກີລາລາວ ທີ່ເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ໂດຍມີຄະນະມວຍລາວແຫ່ງຊາດ, ຄູຝືຶກ, ນັກກີລາ, ທີມງານລາວແອັກຊັນສະຕາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ພິທີດັ່ງກ່າວ ທ່ານ ຂັນທະລີ ໂພທິສານ ຮອງປະທານສະຫະພັນມວຍລາວແຫ່ງຊາດ ກ່າວວ່າ: ໃນນາມສະຫະພັນມວຍລາວແຫ່ງຊາດ ການເຕົ້າໂຮມຄັ້ງນີ້ແມ່ນເປັນການສະຫຼຸບລາຍການແຂ່ງຂັນທາງອອນລາຍOnline World Martial Arts ລະຫວ່າງວັນທີ 29 ຕຸລາ – 2 ພະຈິກ 2021 ເຊິ່ງລາຍການນີ້ແມ່ນຈະຈັດຂຶ້ນທີ່ ສ. ເກົາຫຼີ ພາຍໃຕ້ການດູແລຂອງ ສະຫະປະຊາຊາດ ເຊິ່ງມີສະມາຊິກທັງໝົດ 40 ກວ່າປະເທດ, ແຕ່ເນື່ອງຈາກປີດັ່ງກ່າວໄດ້ຮັບຜົນກະທົບຈາກໂຄວິດ-19 ຈິ່ງໄດ້ຈັດແບບອອນລາຍ ໂດຍການເຂົ້າຮ່ວມແຂ່ງຂັນລາຍການນີ້ພວກເຮົາສົ່ງເຂົ້າຮ່ວມຫຼາຍລາຍການບໍ່ວ່າຈະເປັນ ປະເພດດ່ຽວ, ປະເພດຄູ່, ປະເພດທີມ ແລະ ປະເພດປະສົມຊາຍຍິງ.

“ ໂດຍເດັ່ນທີ່ສຸດແມ່ນພວກເຮົາສາມາດຍາດໄດ້ອັນດັບ 2 ຂອງໂລກ ປະພດຄູ່ປະສົມຍິງ-ຊາຍ ຈາກ ທ້າວ ອານຸສອນ ວັນນະລາດ ກັບ ນາງອິນທິລາ ບຸດສິງຄຳ ໃນບົດຟ້ອນມວຍລາຍລາວ ນາລີແພງເນື້ອ ເຊິ່ງເປັນຄວາມພາກພູມໃຈຂອງສະຫະພັນພວກເຮົາ ແລະ ຊາວລາວທັງປະເທດ ໂດຍອາຈານສອນແມ່ນ ອາຈານ ພິລາວັນ ຈັນທະກາລີ ເປັນຜູ້ສອນ ແລະ ຂ້າພະເຈົ້າເປັນຜູ້ອອກແບບທ່າຕ່າງໆໃນບົດຟ້ອນ ນາລີແພງເນື້ອ ” ທ່ານ ຂັນທະລີ ໂພທິສານ ກ່າວ.
ເບິ່ງລາຍລະອຽດເພີ່ມຕື່ມໃນໜັງສຶືພິມເສດຖະກິດ-ການຄ້າ ປະຈໍາວັນທີ 18 ມັງກອນ 2022

ຂະນະທີ່ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ ກ່າວວ່າ: (ເບິ່ງໃນຄລິບເພີ່ມຕື່ມລຸ່ມນີ້)