ບາດກ້າວໃໝ່ ເອັຟຊີ ຈັນທະບູລີ ເຊັນສັນຍາຮ່ວມມືພັດທະນາສະໂມສອນ-ນັກເຕະກັບ ສະໂມສອນຈາກເຈລີກ

138

ເປັນຂ່າວດີສໍາລັບວົງການບານເຕະລາວ ເມື່ອ ເອັຟຊີ ຈັນທະບູລີ ແຊັມລີກສູງສຸດຂອງ ສປປ ລາວ 5 ສະໄໝ ເຊັນສັນຍາຮ່ວມມືກັບ ສະໂມສອນ ໂຊນັນ ເບລມາເຣ ( Shonan Bellmare ) ສະໂມສອນໃນລີກສູງສຸດຂອງປະເທດຍີ່ປຸ່ນ ເພື່ອຮ່ວມມືໃນການພັດທະນາສະໂມສອນ ແລະ ນັກເຕະ ໃນການຍົກລະດັບດ້ານຕ່າງໆ.

ເພຈ໌ບຸກທາງການຂອງ FC Chanthabouly / LAO Toyota FC ປະກາດຂ່າວດີໃນຕອນບ່າຍໃນວັນທີ 13 ມັງກອນ 2022 ວ່າ: ການເຊັນສັນຍາພັນທະມິດ ລະຫວ່າງ ສະໂມສອນ ໂຊນັນ ເບລມາເຣ (ຢີ່ປຸ່ນ) ກັບ ສະໂມສອນ ເອັຟຊີ ຈັນທະບູລີ (ລາວ) ຄວາມຮ່ວມມືພັດທະນາສະໂມສອນບານເຕະ ແລະນັກກີລາບານເຕະ ໂດຍການມີການເຊັນສັນຍາເປັນໄລຍະເວລາ 3 ປີ ( ນັບຕັ້ງແຕ່ 1 ມັງກອນ 2022 ເຖິງ 31 ທັນວາ 2024 ) ໃນດ້ານຕ່າງໆດັ່ງນີ້ :
1. ດ້ານທີມຊຸດໃຫຍ່ການແລກປ່ຽນນັກກີລາ, ທີມງານສະຕາບໂຄ້ຊ, ແລະ ການຝຶກຊ້ອມຮ່ວມກັນໃນລະດັບທ໋ອບທີມ.

2. ດ້ານທີມເຍົາວະຊົນ ການແລກປ່ຽນ ການຝຶກຊ້ອມນັກກີລາເຍົາວະຊົນ, ການສອນຄູຝຶກ, ທີມງານສະຕາບໂຄ້ຊ ແລະ ການຮ່ວມການແຂ່ງຂັນໃນລະດັບເຍົາວະຊົນ
3. ດ້ານຂໍ້ມູນຂ່າວສານ ການແລກປ່ຽນຂໍ້ມູນນັກກີລາ, ທີມງານສະຕາບໂຄ້ຊ, ການແຂ່ງຂັນ ແລະ ການຝຶກຊ້ອມ
4. ດ້ານທຸລະກິດ ການຫາຜູ້ສະໜັບສະໜູນ, ປີ້ການແຂ່ງຂັນ, ຂອງທີ່ລະນຶກ, ການບໍລິຫານການຈັດການແຂ່ງຂັນ ແລະ ແຟນຄັບ
ຂໍ້ມູນຈາກ: FC Chanthabouly / LAO Toyota FC; ຮູບ: ສອນໄຊ