ຄືບໜ້າແລ້ວ 35% ໂຄງການກໍ່ສ້າງພະທາດແຝດນໍ້າເຕົ້າຄູ່ບຣາຣາມີກ້ອນຕືນ

131

ໂຄງການກໍ່ສ້າງພະທາດແຝດນໍ້າເຕົ້າຄູ່ບຣາຣາມີກ້ອນຕືນ ເປັນອີກໂຄງການໜຶ່ງ ທີ່ຈະເປັນແຫຼ່ງທ່ຽວທາງດ້ານວັດທະນະທໍາ ພ້ອມທັງຈະສາມາດສ້າງກິດຈະກຳຕ່າງໆໄດ້ ໂດຍສະເພາະທາງສາສະໜາ ແລະ ຈະເປັນສິ່ງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫຼັງຈາກສຳເລັດການກໍ່ສ້າງ.

ວັນທີ 15 ມັງກອນນີ້ ພຣະຫຼັກຄຳຣັດຕະນະມະນີໂຊຕີກາຈານອາດຍາທຳ ຄຳເງິນ ຄຳວົງ ເຈົ້າຄະນະແຂວງບໍ່ແກ້ວພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ ໂຄງການກໍ່ສ້າງພະທາດແຝດນ້ຳເຕົ້າຄູ່ບຣາຣາມີກ້ອນຕືນ ຢູ່ບ້ານກ້ອນຕືນ ເມືອງປາກທາ ແຂວງບໍ່ແກ້ວ.

ໂຄງການກໍ່ສ້າງພະທາດແຝດນ້ຳເຕົ້າຄູ່ບຣາຣາມີກ້ອນຕືນ ແມ່ນເລີ່ມກໍ່ສ້າງມາແຕ່ຕົ້ນເດືອນກໍລະກົດ 2019 ປະຈຸບັນການກໍ່ສ້າງໄດ້ສຳເລັດກຳແພງຍົກພື້ນ ສູງສອງແມັດອ້ອມຮອບພະທາດ ມີສອງພັກ,ຄວາມກວ້າງ 20 ແມັດ ແລະ ຄວາມຍາວ 30 ແມັດ, ນອກນີ້ແມ່ນກຳລັງກໍ່ສ້າງເຮັດແທ່ນພື້ນຕັ້ງພະທາດເຊິ່ງມີລັກສະນະເປັນຄ້າຍຄືເລກແປດ, ເຊິ່ງຢູ່ໃນລະຫວ່າງຕັ້ງເສົາຕໍມໍ, ແລ່ນຄານພື້ນ ເຫັນວ່າໂຄງການກໍ່ສ້າງມີຄວາມຄືບໜ້າ 35%.

ທັງໝົດນັ້ນໂດຍອີງໃສ່ສະພາບຄວາມເປັນຈິງຂອງງົບປະມານຈາກກຳລັງແຮງອອກຕົນຍາດໂຍມສັດທາຜູ້ທີ່ມີໃຈບຸນ ທັງພາຍໃນ,ຕ່າງປະເທດ ຮ່ວມທານສ້າງບຸນສ້າງກຸສົນເປັນທັງເງິນສົດ, ວັດຖຸສິ່ງຂອງ,ກຳລັງແຮງງານເຂົ້າການກໍ່ສ້າງ.

ພຣະປຣີຊາໂຄສະກະເມທີ ຄຳພິງ ພິມມະກອງ ຮອງເຈົ້າຄະນະແຂວງ ຜູ້ຮອບຜິດຊອບໂຄງການກໍ່ສ້າງໃຫ້ຮູ້ວ່າ: ພະທາດແຝດນ້ຳເຕົ້າຄູ່ບຣາຣາມີກ້ອນຕືນ ອົງພະທາດແມ່ນຄ້າຍຄືຮູບໝາກນໍ້າເຕົ້າ ທັງສອງອົງມີລວງສູງ 17ກວ່າແມັດ, ມີລວມກວ້າງເສັ້ນຜາສູນກາງ 6 ແມັດ ແມ່ນມີຄວາມໝາຍຄວາມສຳຄັນເປັນສັນຍາລັກ ແຫ່ງຄວາມສຸມເຢັນ,ຄວາມອຸດົມສົມບູນ ແລະ ຄວາມມຮັ່ງມີຜາສຸກຂອງຊາວເມືອງປາກທາ ທັງເປັນບ່ອນສັກກາລະບູຊາ, ເຕົ້າຮ່ວມຄວາມສາມັກຄີອອກຕົນສັດທາບັນດາເຜົ່າ ພ້ອມກັນປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຮັ່ງມີຂື້ນເລື້ອຍໆ.

ໂຄງການກໍ່ສ້າງພະທາດແຝດນ້ຳເຕົ້າຄູ່ບຣາຣາມີກ້ອນຕືນ ເມື່ອສ້າງສຳເລັດແລ້ວຈະກາຍເປັນບ່ອນທີ່ເໝາະສົມແກ່ການ ສ້າງກິດຈະກຳທາງພຸດທະສາສະໜາ ແລະ ເປັນແຫຼ່ງທ່ຽວທາງດ້ານວັດທະນະທຳອີກແຫ່ງໜຶ່ງຂອງເມືອງປາກທາ ທີ່ມີຄວາມໂດນເດັ່ນຕັ້ງຢູ່ເນີນດອຍສູງເທິງບ້ານກ້ອນຕືນ ທີ່ສຳຜັດໄດ້ເຖິງອາກາດທີ່ສົດຊື່ນດີ ແລະ ຊົມປູສະນິຍະສະຖານພາບມຸມສູງຂອງບ້ານກ້ອນຕືນ,ພ້ອມທັງຊົມທິວທັດສອງຝາກຝັ່ງແມ່ນໍ້າຂອງ ແລະ ທຳມະຊາດພູຜາປ່າໄມ້ ທີ່ອ້ອມຮອບຢ່າງເປັນຕາໜ້າອອນຊອນ.