ເຫັນໃຈຊາວກະສິກອນ ທຸ້ມໝົດໂຕປູກສາລີຂາຍສຸດທ້າຍຖືກກົດລາຄາພຽງໂລລະພັນ

205

ການເຊັນສັນຍາຜູກພັນສອງສົ້ນ(ຜູ້ຊື້ກັບຜູ້ຂາຍ) ແລະມີການຕິດຕາມກວດກາຢ່າງໃກ້ຊິດ ຖືເປັນຄວາມຫວັງຂອງປະຊາຊົນທີ່ຢາກໃຫ້ມີ ເພື່ອເປັນກຳລັງໃຈ ແລະເປັນສິ່ງຢັ້ງຢືນໃຫ້ຊາວກະສິກອນວ່າລົງທຶນລົງແຮງແລ້ວຈະມີຕະຫຼາດທີ່ແນ່ນອນຮອງຮັບສິນຄ້າຂອງພວກເຂົາ.

ຢ່າງໃດກໍ່ຕາມທີ່ຜ່ານມາ ມີຫຼາຍຕໍ່ຫຼາຍຄັ້ງທີ່ຊາວກະສິກອນເສຍປຽບຂາດກຳລັງໃຈ ຍ້ອນເຮັດການຜະລິດມາແລ້ວບໍມີບ່ອນຮອງຮັບທີ່ແນ່ນອນ ແຖມຍັງຖືກກົດລາຄາລົງຕ່ຳຈົນໜ້າຕົກໃຈ ອັນສຳຄັນບໍ່ຄຸ້ມຄ່າຄຸ້ມລາຄາກັບການລົງທຶນລົງແຮງໄປ ຕົວຢ່າງຄືການປູກສາລີຂາຍຂອງປະຊາຊົນເມືອງ ແຂວງຫົວພັນ.

ຕາມການລາຍງານຂອງປະຊາຊົນຜູ້ປູກສາລີ ເມືອງແອດ ແຂວງ ຫົວພັນ ໃນສື່ສັງຄົມອອນລາຍລະບຸວ່າ ຢາກໃຫ້ເຫັນໃຈຊາວກະສິກອນແດ່ ສວນສາລີທີ່ເກັບກ່ຽວໄດ້ປີນີ້ຜົນຜະລິດດີ ໄດ້ໝາກຜົນຫຼາຍແຕ່ລາຄາ ສາລີ ທີ່ພໍ່ຄ້າມາຮັບຊື້ໄດ້ລາຄາພຽງ 1 ກິໂລ 1.100 ກີບ ເຊິ່ງຊາວກະສິກອນຈົນມີການຕັ້ງຄຳຖາມຂຶ້ນວ່າ: ຢູ່ໃສແດ່ຍັງຖຶກກວ່ານີ້.?

ສິ່ງທີ່ຜູ້ປູກສາລີຢາກໃຫ້ມີຄື ຢາກໄດ້ໂຄງການ ຫຼື ບໍລິສັດທີ່ມີຄຸນນະພາບດີກວ່ານີ້ມາຮັບຊື້ນໍາປະຊາຊົນ ເນື່ອງຈາກວ່າ ບໍລິສັດປັດຈຸບັນບໍ່ປະຕິບັດຕໍ່ສັນຍາ, ຮັບຊື້ລ່າຊ້າ ແລະ ເອົາປຽບລາຄາຫລາຍເກີນ ເຊິ່ງໄດ້ຮັບຜົນກະທົບຫຼາຍ 70 ປາຍຄອບຄົວ

.

ຂ່າວໃຫ້ຮູ້ອີກວ່າ: ປີ 2020 ປະຊາຊົນພາຍໃນກຸ່ມດັ່ງກ່າວປູກໝົດແນວພັນໝົດ 600 ກິໂລ ໄດ້ຜົນຜະລິດ 400 ປາຍໂຕນ ແຕ່ລາຄາພຽງ 1000 ກີບ ແລະ ປີ 2021 ປູກແນວພັນໝົດ 1.600 ກິໂລຄາດວ່າຈະໄດ້ 800-1.000 ໂຕນແຕ່ລາຄາ 1.100 ກິບ. ແຕ່ກໍ່ຍອມຮັບວ່າຈຸດອ່ອນບ້ານຕັ້ງຢູ່ເຂດນອກເມືອງການຂົນສົ່ງຍາກ ແຕ່ຂໍ້ຄືດີຟ້າອາດກາດອໍານວຍຄວາມສະດວກບໍ່ໃສ່ປຸ໋ຍບໍ່ມີສານເຄມີ ແລະ ບ້ານຢູ່ຕິດກັບຊາຍແດນປະເທດຫວຽດນາມພຽງ 7 ກິໂລແມັດເທົ່ານັ້ນ.

.

ພາຍຫຼັງທີ່ຜູ້ໃຊ້ເຟສບຸກເຫັນການໂພສລົງຂອງລາຄາສາລີຕາມທີ່ວ່ານີ້ ຕ່າງຄົນກໍ່ບອກວ່າລາຄານີ້ຕ່ຳເກີນໄປ ເຊິ່ງປົກກະຕິໃນແຕ່ລະເຂດແຂວງສຳລັບສາລີແຂງຈະໄດ້ຂາຍໃນລາຄາຕ່ຳສຸດ 2000 ກີບຂຶ້ນໄປຮອດ 3.500 ກີບ ແນວໃດກໍ່ຕາມຂໍໃຫ້ຄຳຄິດເຫັນຄຳສະເໜີຂອງປະຊາຊົນໄດ້ໄປຮອດໄປເຖິງພາກສ່ວນກ່ຽວຂ້ອງ ເພື່ອຫາທິດທາງຊ່ວຍເຫຼືອທີ່ຖືກຈຸດ ອັນສຳຄັນແມ່ນໃຫ້ມີບໍລິສັດທີ່ເຊື່ອຖືໄດ້ມາເກັບຊື້ຜົນຜະລິດຂອງເຂົາເຈົ້າໃຫ້ສົມກັບການອອກເຫື່ອເທແຮງໄປ ແລະມີກຳລັງໃຈສູ້ໃນລະດູການໜ້າ.