ແນະນໍາ 10 ວິທີປ້ອງກັນຕົນເອງຈາກ ເຊື້ອພະຍາດໂຄວິດ 19

170

ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 17 ມັງກອນ 2021 ວ່າ ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດອ້ອມຂ້າງຂອງພວກເຮົາ ຍັງບໍ່ທັນມີທ່າອ່ຽງທີ່ຈະຢຸດຕິລົງເທື່ອ ກົງກັນຂ້າມ ການລະບາດແມ່ນແຜ່ລາມຢ່າງໄວວາ ໃນຫຼາຍປະເທດ. ຕໍ່ກັບສະພາບການດັ່ງກ່າວ ພວກເຮົາທຸກຄົນບໍ່ຄວນປະໝາດ ເພາະ ທ່ານ ຫຼື ຄົນໃນຄອບຄົວຂອງທ່ານ ອາດກາຍເປັນຜູ້ຕິດເຊື້ອ, ແຜ່ເຊື້ອສູ່ຄົນອ້ອມຂ້າງ ແລະ ຊຸມຊົນຂອງທ່ານໄດ້.


ສະນັ້ນ, ພວກເຮົາຕ້ອງຮູ້ຈັກການປ້ອງກັນຕົນເອງຢ່າງຮອບດ້ານຈາກພະຍາດໂຄວິດ-19. ດັ່ງນັ້ນ, ມື້ນີ້ ຂ້າພະເຈົ້າ ຈະມາອະທິບາຍໃຫ້ບັນດາທ່ານ ເຂົ້າໃຈ ກ່ຽວກັບ ການປ້ອງກັນຕົນເອງຢ່າງຮອບດ້ານ ວ່າ ຄວນປະຕິບັດໂຕຄືແນວໃດ.
ການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງຮອບດ້ານ ໝາຍເຖິງ ການມີສະຕິລະວັງຕົວ ປ້ອງກັນຕົນເອງຢ່າງເຂັ້ມງວດ ເພື່ອໃຫ້ປອດໄພຈາກການຕິດເຊື້ອພະຍາດໂຄວິດ-19, ຂໍໃຫ້ບັນດາທ່ານ ຄິດວ່າ ພວກເຮົາທຸກຄົນ ສາມາດຕິດເຊື້ອໄດ້ໂດຍບໍ່ຮູ້ສຶກຕົວ ແລະ ບໍ່ມີອາການ, ສະນັ້ນ ການປ້ອງກັນຕົນເອງຢ່າງຮອບດ້ານ ຈຶ່ງມີຄວາມສຳຄັນ ແລະ ຈຳເປັນ ແລະ ປະຕິບັດດັ່ງນີ້:


1 ອອກຈາກບ້ານ ເມື່ອມີຄວາມຈຳເປັນ
2 ຮັກສາໄລຍະຫ່າງ ຢ່າງໜ້ອຍ 1-2 ແມັດ (ຈາກບຸກຄົນອື່ນ, ທຸກສະຖານທີ່, ທຸກກິດຈະກຳ)
3 ໃສ່ຜ້າປິດປາກ-ດັງ ໃຫ້ຖືກຕ້ອງ ແລະ ຕະຫຼອດເວລາ


4 ລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ່ ຫຼື ເຈວລ້າງມືຂ້າເຊື້ອທີ່ມີສ່ວນຜະສົມທາດເຫຼົ້າ
ຫຼັງສຳຜັດວັດຖຸສິ່ງຂອງຮ່ວມກັນ
5 ໃນໄລຍະທີ່ໃສ່ຜ້າປິດ-ດັງ ບໍ່ໃຫ້ເອົາມືສຳຜັດ ຜ້າປິດປາກ-ດັງ ລວມທັງ ໃບໜ້າ, ຕາ,
ປາກ ແລະ ດັງ ໂດຍບໍ່ຈຳເປັນ


6 ສຳລັບ ຜູ້ທີ່ນອນຢູ່ໃນກຸ່ມສ່ຽງ ເຊັ່ນ: ຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈຳໂຕ ຄວນຫຼີກ
ລ້ຽງການອອກຈາກບ້ານ, ຫາກມີຄວາມຈຳເປັນ ຕ້ອງອອກຈາກບ້ານ ຄວນອອກໃຫ້ໜ້ອຍ
ທີ່ສຸດ ແລະ ໃຊ້ເວລາໃຫ້ສັ້ນທີ່ສຸດ
7 ເຮັດຄວາມສະອາດ ແລະ ຂ້າເຊື້ອບໍລິເວນທີ່ສຳຜັດເລື້ອຍໆ ບໍ່ວ່າຈະເປັນເຄື່ອງໃຊ້ ຫຼື
ສິ່ງແວດລ້ອມທີ່ຢູ່ອ້ອມຂ້າງ


8 ແຍກເຄື່ອງໃຊ້ສ່ວນຕົວທຸກຢ່າງ ບໍ່ຄວນໃຊ້ຮ່ວມກັບບຸກຄົນອື່ນ
9 ເລືອກຮັບປະທານອາຫານທີ່ປຸງແຕ່ງສຸກໃໝ່ໆ, ບໍ່ກິນເຂົ້າຮ່ວມກັນ, ຫາກມີຄວາມຈຳເປັນ
ຕ້ອງກິນເຂົ້າຮ່ວມກັບສະມາຊິກໃນຄອບຄົວ ໃຫ້ໃຊ້ບ່ວງກາງເທົ່ານັ້ນ.

10 ຖ້າຫາກທ່ານມີຄວາມສ່ຽງຕໍ່ການຕິດເຊື້ອ ຄວນແຍກໂຕອອກຈາກບຸກຄົນອື່ນ 14 ວັນ
ແລະ ກວດຫາເຊື້ອເບື້ອງຕົ້ນ ດ້ວຍຊຸດເຄື່ອງກວດແບບໄວ ພາຍຫຼັງການສຳຜັດກັບກຸ່ມສ່ຽງ
ຫຼື ສຳຜັດເຊື້ອ ປະມານ 3-5 ວັນ ຖ້າຫາກບໍ່ພົບເຊື້ອ ຄວນກວດຄືນອີກ ຫຼື ກວດເມື່ອມີ
ອາການສະແດງອອກ.