ມື້ນີ້ພົບຜູ້ເສຍຊີວິດໃໝ່ 2 ຄົນ, ຕິດເຊື້ອໃໝ່ 602 ຄົນ

104

ຄະນະສະເພາະກິດ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ປະຈໍາວັນທີ 17 ມັງກອນ ປີ 2022 ວ່າ ວັນທີ 16 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.272 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 602 ຄົນ (ຕິດເຊື້ອພາຍໃນ 597 ຄົນ ແລະ ນໍາເຂົ້າ 05 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 597 ຄົນ ຈາກ 17 ແຂວງ ແລະ ນະຄອນ
ຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້ ນະຄອນຫຼວງ 129 ຄົນ, ໄຊຍະບູລີ 119 ຄົນ, ບໍລິຄຳໄຊ 77 ຄົນ, ວຽງຈັນ 50 ຄົນ, ຊຽງຂວາງ 37 ຄົນ, ອັດຕະປື 29 ຄົນ, ສາລະວັນ 26 ຄົນ, ຄຳມ່ວນ 23 ຄົນ, ອຸດົມໄຊ 21 ຄົນ, ຫຼວງພະບາງ 16 ຄົນ
ຫຼວງນ້ຳທາ 14 ຄົນ, ຜົ້ງສາລີ 13 ຄົນ, ຈຳປາສັກ 10 ຄົນ, ເຊກອງ 8 ຄົນ, ບໍ່ແກ້ວ 8 ຄົນ, ໄຊສົມບູນ 7 ຄົນ, ສະຫວັນນະເຂດ 6 ຄົນ ແລະ ຫົວພັນ 4 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 05 ຄົນ ຈາກນະຄອນຫຼວງ 2 ຄົນ, ບໍລິຄຳໄຊ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 125.333 ກໍລະນີ, ອອກໂຮງໝໍວານນີ້ 665 ຄົນ , ກຳລັງປິ່ນປົວ 8.154 ຄົນ ແລະ ເສຍຊີວິດສະສົມທັງໝົດ 497 ຄົນ (ເສຍຊີວິດໃໝ່ 02 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 02 ຄົນ ຈາກ ນະຄອນຫຼວງທັງໝົດ