ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນທັນວາ ປີ 2021 ບັນລຸໄດ້1.184 ລ້ານໂດລາສະຫະລັດ.

228

ການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ປະຈຳເດືອນທັນວາ 2021 ມີມູນຄ່າສູງເຖິງ 1.184 ລ້ານໂດລາ. ໃນນີ້ມູນຄ່າການສົ່ງອອກ ປະມານ 552 ລ້ານໂດລາ ແລະ ການນໍາເຂົ້າ 632 ລ້ານໂດລາ.


ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໄດ້ລາຍງານ ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ປະຈໍາເດືອນທັນວາ ປີ 2021 ບັນລຸໄດ້ປະມານ 1.184 ລ້ານໂດລາສະຫະລັດ, ໃນນັ້ນມູນຄ່າການສົ່ງອອກ ມີປະມານ 552 ລ້ານໂດລາ ແລະ ການນໍາເຂົ້າ ມີປະມານ 632 ລ້ານໂດລາ, ຂາດດຸນການຄ້າປະມານ 80 ລ້ານໂດລາ.

10 ສິນຄ້າສົ່ງອອກຫຼັກ ຂອງສປປລາວໃນເດືອນ ທັນວາ 2021ປະກອບມີ
– ຄຳປະສົມ (ຄຳແທ່ງ) 102 ລ້ານໂດລາ
– ມັນຕົ້ນ 60 ລ້ານໂດລາ,
-ຢາງພາລາ 46 ລ້ານໂດລາ
-ແຮ່ທອງ 19 ລ້ານໂດລາ
-ເຄື່ອງນຸ່ງຫົ່ມ 17 ລ້ານໂດລາ


– ໝາກກ້ວຍ 15 ລ້ານໂດລາ
– ນ້ຳຕານ 12 ລ້ານໂດລາ
– ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 9 ລ້ານໂດລາ
– ສາລີ 6 ລ້ານໂດລາ
– ກາເຟ (ບໍ່ທັນໄດ້ປຸງແຕ່ງ) 6 ລ້ານໂດລາ

10 ສິນຄ້າ ນຳເຂົ້າຫຼັກ ໃນເດືອນທັນວາ 2021
– ນ້ຳມັນກາຊວນ 48 ລ້ານໂດລາ
-ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 46 ລ້ານໂດລາ
– ແກ້ວປະເສີດ ຫຼື ເຄິ່ງປະເສີດ 32 ລ້ານໂດລາ
-ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 27 ລ້ານໂດລາ
– ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 26 ລ້ານໂດລາ
– ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 18 ລ້ານໂດລາ
– ນ້ຳມັນແອັດຊັງ, ແອັດຊັງພິເສດ 14 ລ້ານໂດລາ
– ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 14 ລ້ານໂດລາ
– ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 12 ລ້ານໂດລາ
-ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ 10 ລ້ານໂດລາ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີຈີນ 210 ລ້ານໂດລາສະຫະລັດ, ຫວຽດນາມ 122 ລ້ານໂດລາສະຫະລັດ, ໄທ 101 ລ້ານໂດລາສະຫະລັດ, ອິນເດຍ 12 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 8 ລ້ານໂດລາສະຫະລັດ.5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ ໄທ 325 ລ້ານໂດລາສະຫະລັດ, ຈີນ 111 ລ້ານໂດລາສະຫະລັດ, ຫວຽດນາມ 52 ລ້ານໂດລາສະຫະລັດ, ຢີ່ປຸ່ນ 16 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 10 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 12 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ.