ທ່ານ ວັນນະດາ ພົມມະສະຖິດ ຂຶ້ນເປັນຜູ້ອຳນວຍການໂຮງງານກາເຟດາວ​ ຄົນໃໝ່

306

ວັນທີ 14 ມັງກອນ 2022 ໄດ້ມີພິທີມອບ​ – ຮັບ ໜ້າທີ່ຜູ້ບໍລິຫານ​ ໂຮງງານກາເຟດາວ​ ຈໍາກັດ​ ລະຫວ່າງ ທ່ານ ນາງ ບຸນເຮືອງ ແແຄຣລໍ ລິດດັງ ອຳນວຍການໂຮງງານກາເຟດາວ ຈໍາກັດ (ຜູ້ເກົ່າ) ກັບ ທ່ານ ວັນນະດາ ພົມມະສະຖິດ ຜູ້ອຳນວຍການໂຮງງານກາເຟດາວ​ ຈໍາກັດ(ຜູ້ໃໝ່) ຂຶ້ນ ທີ່ໂຮງງານກາເຟດາວ ເມືອງມາຈຽງຈະເລີນສຸກ ແຂວງຈຳປາສັກ.

ເຂົ້າຮ່ວມມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງ​ລັດຖະມົນຕີກະຊວງການເງິນ ຕາງໜ້າຜູ້ຖືຮຸ້ນຝ່າຍລັດຖະບານ,​ ທ່ານ ສົມບູນ ເຮືອງວົງສາ​ ຮອງເຈົ້າແຂວງໆຈຳປາສັກ,​ ທ່ານ​ ຫງວຽນ ວັນ​ ຈຸງ ກົງສຸນໃຫຍ່ຫວຽດນາມ​ ປະຈໍາ​ 4​ ແຂວງ​ພາກໃຕ້​ລາວ.​

ມີຕາງໜ້າຜູ້ຖືຮຸ້ນຝ່າຍກຸ່ມບໍລິສັດດາວເຮືອງ ຈໍາກັດ, ບັນດາຫົວໜ້າກົມທີ່ເປັນສະມາຊິກສະພາບໍລິຫານ, ຮອງຫົວໜ້າກົມ, ຫົວໜ້າພະແນກອ້ອມຂ້າງແຂວງຈຳປາສັກ,​ ການນໍາເມືອງບາຈຽງຈະເລີນສຸກ,​ ການນໍາ​ເມືອງປາກຊ່ອງ​ທະນາຄານທຸລະກິດ, ຕົວແທນຈໍາໜ່າຍ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ: ໜັງສືພິມຈຳປາໃໝ່