ສຕລ ຊີ້ແຈງກໍລະນີ ນັກເຕະລາວຖືກລົງໂທດ ແມ່ນກໍລະນີສະສົມທີ່ເກີດຂຶ້ນເມື່ອປີ 2015-2016-2017

227

ຈາກກໍລະນີທີ່ກ່ອນໜ້ານີ້ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຖະແຫຼງຂ່າວວ່າ: ໃນຫຼາຍປີທີ່ຜ່ານມາ ນັກເຕະລາວ ປະມານ 45 ຄົນຖືກລົງໂທດບໍ່ສາມາດລົງແຂ່ງຂັນບານເຕະໄດ້ ເຮັດໃຫ້ສົ່ງຜົນຕໍ່ທີມຊາດລາວ ຊຸດໃຫຍ່, ແຕ່ປະເດັນດັ່ງກ່າວເຮັດໃຫ້ສັງຄົມເຂົ້າໃຈຜິດວ່າມີນັກເຕະລາວຖືກແບນໃນປັດຈຸບັນ, ແຕ່ທີ່ຈິງແລ້ວ 45 ຄົນນັ້ນແມ່ນຕົວເລກສະສົມທີ່ເກີດຂຶ້ນໃນຫຼາຍປີທີ່ຜ່ານມາ.

ຫຼ້າສຸດ ມື້ນີ້ ສະຫະພັນບານເຕະແຫ່ງຊາດລາວ LAO FOOTBALL FEDERATION ອອກບົດຊີ້ແຈງລົງວັນທີ 14 ມັງກອນ 2022 ເພີ່ມເຕີມກ່ຽວກັບກໍລະນີການລ໋ອກສະກໍ ຈາກງານຖະແຫຼງຂ່າວຂອງ ສຕລ ວັນທີ 07 ມັງກອນ 2022.

ສະຫະພັນບານເຕະແຫ່ງຊາດລາວ ຂໍຊີ້ແຈ້ງການຖະແຫຼງຂ່າວຂອງ ສຕລ ຄັ້ງວັນທີ 07 ມັງກອນ 2022 ກ່ຽວກັບ ກໍລະນີການລ໋ອກສະກໍ (ລົ້ມບານ) ທີ່ໄດ້ລະບຸໃນງານຖະແຫຼງຂ່າວ ເຊິ່ງກໍລະນີການລົ້ມບານແມ່ນເປັນໜຶ່ງໃນ ເຫດຜົນອັນສຳຄັນທີ່ສົ່ງຜົນກະທົບໃຫ້ມີຂໍ້ຈໍາກັດໃນການຄັດເລືອກນັກກິລາບານເຕະເຂົ້າຮັບໃຊ້ທີມຊາດລາວ ໂດຍ ນັກກິລາທີ່ມີຄວາມສາມາດຈຳນວນໜຶ່ງໄດ້ຖືກລົງວິໄນຫ້າມກ່ຽວຂ້ອງກັບທຸກໆກິດຈະກໍາບານເຕະທັງພາຍໃນ ແລະ ຕ່າງປະເທດພາຍຫຼັງຂໍ້ມູນການຖະແຫລງຂ່າວໄດ້ຖືກເຜີຍແຜ່ອອກສູ່ງສື່ຕ່າງໆ, ສຕລ ເຫັນວ່າຂໍ້ມູນທີ່ ສັງຄົມໄດ້ ຮັບນັ້ນຍັງບໍ່ທັນຄົບຖ້ວນສະນັ້ນ, ສະຫະພັນບານເຕະແຫ່ງຊາດລາວ ຈຶ່ງຂໍຊີ້ແຈງເພີ່ມເຕີມກ່ຽວກັບກໍລະນີທີ່ຖືກ ຕັດສີນລົງວິໄນຕໍ່ກັບນັກກິລາບານເຕະລາວ ແມ່ນກໍລະນີສະສົມທີ່ເກີດຂຶ້ນຈາກການແຂ່ງຂັນໃນປີ 2015, 2016 ແລະ 2017 ເຊິ່ງລວມມີດັ່ງນີ້:

-ປີ 2017 ມີຄຳຕັດສີນລົງວິໄນກໍລະນີ ທີ່ເກີດຂື້ນຈາກການແຂ່ງຂັນໃນປີ 2015-2016 ຈຳນວນ 20 ກໍລະນີ ໂດຍທັງໝົດຖືກຕັດສີນຫ້າມກ່ຽວຂ້ອງກັບທຸກໆກິດຈະກໍາບານເຕະຕະຫຼອດຊີວິດຈາກສະຫະພັນບານເຕະ ອາຊີ (AFC) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວມຄຸມທົ່ວໂລກໂດຍສະຫະພັນບານເຕະນາໆຊາດ (FIFA):
-ປີ 2018 ມີຄຳຕັດສິນລົງວິໄນກໍລະນີທີ່ເກີດຂື້ນຈາກການແຂ່ງຂັນໃນປີ 2017 ຈໍານວນ 8 ກໍລະນີ ໂດຍທັງ ໝົດຖືກຕັດສີນຫ້າມກ່ຽວຂ້ອງກັບທຸກໆກິດຈະກໍາບານເຕະໃນໄລຍະ 20 ເດືອນ ແລະ 12 ເດືອນ ຈາກ ສະຫະພັນບານເຕະອາຊີ (AFC) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວມຄຸມທົ່ວໂລກໂດຍສະຫະພັນ ບານເຕະນາໆຊາດ (FIFA).
-ປີ 2018 ມີຄຳຕັດສີນລົງວິໄນກໍລະນີ ທີ່ເກີດຂື້ນຈາກການແຂ່ງຂັນໃນປີ 2017 ຈໍານວນ 15 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກ່ຽວຂ້ອງກັບທຸກໆກິດຈະກໍາບານເຕະແບບບໍ່ມີກໍານົດຈາກ ສະຫະພັນບານເຕະແຫ່ງຊາດລາວ.
-ປີ 2020 ມີຄຳຕັດສີນລົງວິໄນກໍລະນີ ທີ່ເກີດຂື້ນຈາກການແຂ່ງຂັນໃນປີ 2017 ຈຳນວນ 3 ກໍລະນີ ໂດຍ ທັງໝົດຖືກຕັດສິນຫ້າມກ່ຽວຂ້ອງກັບທຸກໆກິດຈະກໍບານເຕະຕະຫຼອດຊີວິດຈາກສະຫະພັນບານເຕະອາຊີ (AFC) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວມຄຸມທົ່ວໂລກໂດຍສະຫະພັນບານເຕະນາໆຊາດ (FIFA).

ສຕລ ຂໍແຈ້ງໃຫ້ຊາບວ່າການ ສ້າງຄວາມເຂົ້າໃຈຜິດ ແລະ ຄວາມເສຍຫາຍ ໂດຍການນຳໃຊ້ຮູບພາບບຸກຄົນ ລວມ ທັງນັກກິລາ ແລະ ຄະນະຄູຝຶກທີ່ນໍາພາໃນການແຂ່ງຂັນ AFF Suzuki Cup 2020 ແລະ ລາຍການອື່ນໆ ທີ່ບໍ່ມີ ສ່ວນກ່ຽວຂ້ອງກັບການກະທຳຜິດດັ່ງກ່າວ ອາດນຳໄປສູ່ຂະບວນການຮ້ອງຟ້ອງຕາມກົດໝາຍ.
ສຕລ ຂໍຢືນຢັນການປະຕິບັດນະໂຍບາຍຢ່າງເຂັ້ມງວດ ແລະ ເດັດຂາດ ໂດຍການຮ່ວມມືກັບ FIFA, AFC, ຄູ່ ຮ່ວມມື ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນການຕໍ່ຕ້ານທຸກຮູບການຂອງການລ໋ອກສະກໍ (ລົ້ມບານ)