ແກ້ບັນຫາຕໍ່ຄີວຍາວ ລົດໄຟລາວ-ຈີນປັບການຊື້ປີ້ໃໝ່ລ່ວງໜ້າໄດ້ 3 ມື້

219

ບໍລິສັດລົດໄຟລາວ-ຈີນບໍ່ນິ້ງເສີຍຕໍ່ຫາງສຽງສັງຄົມ ພະຍາຍາມປັບປຸງການບໍລິການໃຫ້ດີຂຶ້ນ ເພື່ອອຳນວຍຄວາມສະດວກແກ່ປະຊາຊົນຜູ້ທີ່ຕ້ອງການເດີນທາງ ເປັນຕົ້ນການຊື້ປີ້ທີ່ມີສຽງສະທ້ອນກັບມາຢ່າງຕໍ່ເນື່ອງໃນທາງທີ່ບໍ່ດີເທົ່າໃດໜັກ ເຊິ່ງຫຼ້າສຸດນີ້ ບໍລິສັດແຈ້ງວ່າ ຈະເພີ່ມເວລາການຊື້ປີ້ຈາກຊື້ລ່ວງໜ້າ1 ວັນມາເປັນລ່ວງໜ້າ 3 ວັນ ເພື່ອແກ້ບັນຫາຕໍ່ຄີວຍາວຂອງຜູ້ໂດຍສານ.

ຕາມຂໍ້ມູນຈາກບໍລິສັດລາວໄຟລາວ-ຈີນ ປະຈຸບັນ, ຜູ້ໂດຍສານແມ່ນສາມາດຊື້ປີ້ເດີນທາງຕ່າງສະຖານີໄດ້ (ຕົວຢ່າງ: ຫາກຈະເດີນ ທາງຈາກຫຼວງພະບາງ-ອຸດົມໄຊ, ສາມາດຊື້ປີ້ຈາກສະຖານີນະຄອນຫຼວງວຽງຈັນ ຫຼື ສະຖານີອື່ນໆໄດ້) ແລະ ຍັງມີການປັບປຸງໃຫ້ມີປີ້ລົດໄຟທີ່ຂ້ອນຂ້າງພຽງພໍຕໍ່ຄວາມຕ້ອງການຂອງຜູ້ໂດຍສານ.

ພ້ອມດຽວກັນ ນີ້, ທາງບໍລິສັດຢາກຂໍແຈ້ງເຕືອນມາຍັງປະຊາຊົນທຸກຄົນອີກຄັ້ງ, ໃຫ້ຜູ້ໂດຍສານທຸກທ່ານຊື້ປີ້ຜ່ານປ່ອງຂາຍປີ້ຂອງແຕ່ລະສະຖານີຕ່າງໆເທົ່ານັ້ນ, ກະລຸນາຢ່າເຊື່ອຂໍ້ມູນ ຫຼື ຊື້ປີ້ຈາກທາງນອກຢ່າງເດັດຂາດ ເພື່ອປ້ອງກັນບໍ່ໃຫ້ຖືກຕ໋ວະ ແລະ ກໍ່ໃຫ້ເກີດຄວາມເສຍຫາຍເກີດຂຶ້ນໄດ້.